ອົງການໃຈບຸນສາກົນ ເດເຊເຣັດ (DIC) ມອບເຂົ້າສານ 300 ໂຕນ ໃຫ້ ສນຊ
ເພື່ອເປັນການປະກອບສ່ວນຮ່ວມໃຈບັນເທົາທຸກ ມອບນໍ້າໃຈໃຫ້ຜູ້ປະສົບໄພ, ໃນວັນທີ 14 ກັນຍາ 2026, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມີພິທີ ມອບ-ຮັບ ເຂົ້າສານ ຈຳນວນ 300 ໂຕນລວມມູນຄ່າ 248,017 ໂດລາ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອສົ່ງຕໍ່ຄວາມຫ່ວງໃຍ ແລະ ໃຫ້ການຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພນ້ຳຖ້ວມ ຢູ່ 2 ແຂວງພາກໃຕ້ ຄື: ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.