
ລົດໄຟ ຈີນ-ລາວ: ກະແສການທ່ອງທ່ຽວ ທີ່ບັນເລງເພງບົດໃໝ່
ລົດໄຟຈີນ-ລາວໃນຖານະໂຄງການສັນຍາລັກໜຶ່ງແລວໜຶ່ງເສັ້ນທາງໄດ້ບັນທຸກມິດຕະພາບອັນເລິກເຊິ່ງຂອງປະຊາຊົນສອງປະເທດອີກທັງຍັງເປັນສາຍໄຍສຳຄັນທີ່ເຊື່ອມໂຍງຈີນແລະລາວ, ທາງລົດໄຟສາຍນີ້ຜ່ານພູມີປະເທດທີ່ສະຫຼັບຊັບຊ້ອນທ້າທາຍອຸປະສັກດ້ານວິສາວະກຳ, ຫຼອມລວມສະຕິປັນຍາແລະເຫື່ອແຮງຂອງຜູ້ກໍ່ສ້າງທັງສອງຊາດຈຶ່ງກາຍເປັນຫຼັກຖານທີ່ມີຊີວິດຊີວາຂອງການກ້າວໄປດ້ວຍກັນແລະການຮ່ວມມືແບບຊະນະຮ່ວມກັນຂອງຈີນ-ລາວ, ລົດໄຟສາຍນີ້ກ້າວຂ້າມຄວາມໝາຍເສັ້ນທາງຄົມມະນາຄົມທຳມະດາກາຍເປັນລະບຽງເສດຖະກິດທີ່ສຳຄັນທີ່ຂັບເຄື່ອນການພັດທະນາພູມີພາກແລະ ເປັນຂົວວັດທະນະທຳທີ່ເຊື່ອມຕໍ່ນ້ຳໃຈຂອງປະຊາຊົນສອງປະເທດເປັນໂອກາດສຳຄັນໃນການຮ່ວມມືກ້າວສູ່ທາງເລິກແລະທາງກວ້າງໂດຍສະເພາະດ້ານການຄ້າ-ການລົງທຶນ, ການແລກປ່ຽນວັດທະນະທຳໂດຍສະເພາະແມ່ນການທ່ອງທ່ຽວຂ້າມແດນມີບັນຍາກາດຄຶກຄື້ນຂຶ້ນຫຼາຍເທົ່າຜ່ານການ “ຂີ່ລົດໄຟທ່ຽວສອງປະເທດ” ໄດ້ກາຍເປັນກະແສທີ່ກຳລັງນິຍົມກັນຫຼາຍໃນກຸ່ມນັກທ່ອງທ່ຽວ, ລົດໄຟສາຍນີ້ບໍ່ພຽງແຕ່ມອບປະສົບການການເດີນທາງທີ່ສະດວກ, ວ່ອງໄວທັນໃຈ, ສ້າງຄວາມປະທັບໃຈໃຫ້ຜູ້ຄົນນັບໝື່ນນັບແສນ, ແຕ່ຍັງຂັບເຄື່ອນບົດບາດໃໝ່ແຫ່ງມິດຕະພາບຈີນ-ລາວ.