ການນໍາກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບເອກອັກຄະລັດຖະທູດອິສຣາແອນ

ການນໍາກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບເອກອັກຄະລັດຖະທູດອິສຣາແອນ

ໃນວັນທີ 29 ກໍລະກົດນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ຢາຣອນ ເມເຢີ (Yaron Mayer) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອິສຣາແອນ ປະຈຳ ສປປ ລາວ ໃນໂອກາດສໍາເລັດພາລະກິດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຮອງປະທານປະເທດ ຕ້ອນຮັບທູດອິສຣາແອນ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອິສຣາແອນ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ຢາຣອນ ເມເຢີ (Yaron Mayer) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອິສຣາແອນ ປະຈຳ ສປປ ລາວ, ມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງຮ່າໂນຍ ສສ ຫຽດນາມ, ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນທີ 29 ກໍລະກົດນີ້, ທີ່ທຳນຽບປະທານປະເທດ, ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສະຫຼອງ 50 ປີ ແຫ່ງການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNFPA

ສະຫຼອງ 50 ປີ ແຫ່ງການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNFPA

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ກຽດເຂົ້າຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ ພາຍໃຕ້ຄໍາຂວັນ "50 ປີ ແຫ່ງການເປັນຄູ່ຮ່ວມມືເພື່ອປະຊາຊົນ, ສິດທິ ແລະ ສຸຂະພາບໃນ ສປປ ລາວ (50 Years of Partnership for People, Rights and Health)",
ວິຖີເພື່ອນບ້ານແຫ່ງການຊ່ວຍເຫຼືອເກື້ອກູນຊຶ່ງກັນ ແລະ ກັນ

ວິຖີເພື່ອນບ້ານແຫ່ງການຊ່ວຍເຫຼືອເກື້ອກູນຊຶ່ງກັນ ແລະ ກັນ

ການສ້າງປະຊາຄົມຄູ່ຮ່ວມຊາຕາກຳລາວ-ຈີນ, ບໍ່ພຽງແຕ່ມີຂໍ້ຕົກລົງລະຫວ່າງລັດຖະບານ ແລະ ໂຄງການຂະໜາດໃຫຍ່ເປັນການຄໍ້າຊູເທົ່ານັ້ນ, ຫາກຍັງໄດ້ຮັບປະໂຫຍດຈາກເງື່ອນໄຂທີ່ທັບຊ້ອນກັນຫຼາຍດ້ານຄື: ຄວາມໃກ້ຊິດທາງພູສັນຖານ, ຄວາມເຊື່ອມໂຍງດ້ານວັດທະນະທຳ - ປະຊາຊົນ, ແລະ ຄວາມໝັ້ນຄົງທີ່ເພິ່ງພາອາໄສກັນ.
ທ່ານ ວັນສີ ກົວມົວ ຕ້ອນຮັບຄະນະຜູ້ແທນ ວາລະສານ ກົງສ້ານ ຂອງພັກກອມມູນິດຫວຽດນາມ

ທ່ານ ວັນສີ ກົວມົວ ຕ້ອນຮັບຄະນະຜູ້ແທນ ວາລະສານ ກົງສ້ານ ຂອງພັກກອມມູນິດຫວຽດນາມ

ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບ ທ່ານ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານ ກົງສ້ານຂອງພັກກອມມູນິດຫວຽດນາມ, ພ້ອມຄະນະເຂົ້າຢ້ຽມຂໍ່ານັບໃນວັນທີ 28 ກໍລະກົດນີ້ ທີ່ສຳນັກງານຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນ ລະຫວ່າງວັນທີ 27 ກໍລະກົດ ຫາ 2 ສິງຫານີ້.
ເພີ່ມເຕີມ