ການອອກກຳລັງກາຍຊ່ວຍເພີ່ມອັດຕາການເຊົາສູບຢາ

ການອອກກຳລັງກາຍຊ່ວຍເພີ່ມອັດຕາການເຊົາສູບຢາ

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Adelaide ໃນອົດສຕຣາລີ ພົບວ່າ, ການອອກກຳລັງກາຍສາມາດຊ່ວຍເພີ່ມໂອກາດໃນການເຊົາສູບຢາໄດ້ໃນລະດັບໜຶ່ງ. ນັບເປັນວິທີປະຢັດທີ່ຊ່ວຍໃຫ້ສາມາດເຊົາສູບຢາຄຽງຄູ່ກັບການປິ່ນປົວແບບດັ້ງເດີມ. ໂດຍການອອກກຳລັງກາຍຊ່ວຍໃຫ້ຜູ້ທີ່ຕ້ອງການເຊົາສູບຢາຫຼຸດຜ່ອນປະລິມານການຢາສູບ, ຫຼຸດຜ່ອນຄວາມຢາກສູບຢາ ແລະ ເພີ່ມໂອກາດໃນການເຊົາສູບຢາ.
ແອັດສະປາຍ ກຳລັງປະສົບກັບຄື້ນຄວາມຮ້ອນຄັ້ງທີສອງ

ແອັດສະປາຍ ກຳລັງປະສົບກັບຄື້ນຄວາມຮ້ອນຄັ້ງທີສອງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ລະບົບຕິດຕາມການເສຍຊີວິດປະຈຳວັນຂອງກະຊວງສາທາລະນະສຸກແອັດສະປາຍລາຍງານວ່າ, ມີຜູ້ເສຍຊີວິດຫຼາຍກວ່າ 150 ຄົນຈາກອຸນຫະພູມທີ່ສູງຂຶ້ນໃນຕົ້ນເດືອນກໍລະກົດ, ປັດຈຸບັນແອັດສະປາຍກຳລັງປະເຊີນກັບຄື້ນຄວາມຮ້ອນຄັ້ງທີສອງຂອງປີ. ໂດຍໃນເດືອນມິຖຸນາພຽງເດືອນດຽວ, ມີຜູ້ເສຍຊີວິດທີ່ກ່ຽວຂ້ອງກັບອາກາດຮ້ອນເຖິງ 1,029 ຄົນ ຊຶ່ງເປັນຈຳນວນຜູ້ເສຍຊີວິດປະຈຳເດືອນສູງສຸດນັບຕັ້ງແຕ່ລະບົບດັ່ງກ່າວເລີ່ມນໍາໃຊ້ໃນປີ 2015.
ຍີ່ປຸ່ນ ເຝົ້າລະວັງພາຍຸໄຕ້ຝຸ່ນບາວີ ກຳລັງເຄື່ອນທີ່ເຂົ້າໃກ້ເກາະໂອກິນາວາ

ຍີ່ປຸ່ນ ເຝົ້າລະວັງພາຍຸໄຕ້ຝຸ່ນບາວີ ກຳລັງເຄື່ອນທີ່ເຂົ້າໃກ້ເກາະໂອກິນາວາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ,ພາຍຸໄຕ້ຝຸ່ນບາວີ ຊຶ່ງເປັນພາຍຸໄຊໂຄລນເຂດຮ້ອນຂະໜາດໃຫຍ່ ແລະ ຮຸ່ນແຮງຫຼາຍ ຊຶ່ງເປັນພາຍຸລູກທີ 9 ຂອງລະດູການນີ້ ອາດຈະພັດເຂົ້າໃກ້ເກາະໂອກິນາວາໃນພາກໃຕ້ຂອງຍີ່ປຸ່ນດ້ວຍຄວາມຮຸນແຮງສູງໃນທ້າຍອາທິດນີ້.
5 ເດືອນຕົ້ນປີ ວິ​ສາ​ຫະ​ກິດຜະ​ລິດ​ຫຸ່ນ​ຍົນ​​ຈີນ ມີ​ລາຍ​ໄດ້​ຫຼາຍກວ່າ 90 ຕື້ຢວນ

5 ເດືອນຕົ້ນປີ ວິ​ສາ​ຫະ​ກິດຜະ​ລິດ​ຫຸ່ນ​ຍົນ​​ຈີນ ມີ​ລາຍ​ໄດ້​ຫຼາຍກວ່າ 90 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ໃນ​ງານຖະແຫຼງຂ່າວກ່ຽວ​ກັບງານວາງ​ສະ​ແດງຫຸ່ນຍົນ​ໂລກ 2026 ທີ່ຈັດຂຶ້ນໃນວັນທີ 6 ກໍລະກົດ ຜ່ານມາໃຫ້​ຮູ້ວ່າ, ໃນ 5 ເດືອນຕົ້ນປີນີ້, ລາຍໄດ້​ຂອງວິສາຫະກິດຫຸ່ນຍົນທີ່​ມີ​ຂະ​ໜາດ​ເກີນ​ກຳ​ນົດຂອງຈີນ ບັນລຸ​ຫຼາຍກວ່າ 90 ຕື້ຢວນ, ເພີ່ມຂຶ້ນ 26.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈີນໄດ້ກາຍເປັນຕະຫຼາດຫຸ່ນຍົນອຸດສາຫະກຳໃຫຍ່ທີ່ສຸດໃນໂລກ ເປັນເວລາ 13 ປີລຽນຕິດ.
ຄຸນງາມຄວາມດີການປະຕິວັດທີ່ເປັນອຳມະຕະຂອງສະຫາຍ ກິມອິນຊຸງ  (ເນື່ອງໃນໂອກາດຄົບຮອບ 32 ປີແຫ່ງການມໍລະກຳຂອງສະຫາຍ ກິມອິນຊຸງ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ເກົາຫຼີ, ວັນທີ 8/7/1994-8/7/2026)

ຄຸນງາມຄວາມດີການປະຕິວັດທີ່ເປັນອຳມະຕະຂອງສະຫາຍ ກິມອິນຊຸງ (ເນື່ອງໃນໂອກາດຄົບຮອບ 32 ປີແຫ່ງການມໍລະກຳຂອງສະຫາຍ ກິມອິນຊຸງ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ເກົາຫຼີ, ວັນທີ 8/7/1994-8/7/2026)

ວັນທີ 8 ເດືອນ 7 ແມ່ນວັນຄົບຮອບ 32 ປີ ແຫ່ງການມໍລະນະກຳຂອງສະຫາຍກິມອິນຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫຼີ ແລະ ປະທານປະເທດຕະຫຼອດການຂອງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ.
ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນປະທານປະເທດຈີນເດີນທາງໄປຢ້ຽມຢາມຫວຽດນາມທາງລັດຖະກິດ, ໃນວັນທີ 11 ທັນວາ ຜ່ານມານີ້, ພິທີເປີດການຮ່ວມມືຮອບໃໝ່ລະຫວ່າງສື່ມວນຊົນຈີນແລະຫວຽດນາມໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ

ເພີ່ມເຕີມ