ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນໄດ້ເປີດເຜີຍຜົນຂອງການສຳຫຼວດສຳມະໂນຄົວປີ 2025 ຊຶ່ງຊີ້ໃຫ້ເຫັນວ່າປະຊາກອນທັງໝົດຂອງຍີ່ປຸ່ນ, ລວມທັງຊາວຕ່າງປະເທດ, ມີປະມານ 122.97 ລ້ານຄົນ ເມື່ອນັບມາຮອດວັນທີ 1 ຕຸລາ 2025, ຫຼຸດລົງປະມານ 3.17 ລ້ານຄົນ ຫຼື 2.5%, ຈາກປີ 2020.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 1 ຕຸລາ ຜ່ານມາວ່າ: ອົງການຊັບສິນທາງປັນຍາໂລກໄດ້ເຜີຍແຜ່ “ບົດລາຍງານດັດຊະນີການປະດິດສ້າງທົ່ວໂລກ 2026” ສະແດງໃຫ້ເຫັນວ່າ, ໂຕເລກດັດຊະນີການປະດິດສ້າງຂອງຈີນຢູ່ອັນດັບທີ 10 ຂອງໂລກ ຊຶ່ງເທົ່າທຽມກັບປີ 2025.
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ເດືອນກັນຍາ ປີ 2026, ລາຍຮັບຈາກອຸດສາຫະກຳເຕັກໂນໂລຊີດີຈີຕອນ ເພີ່ມຂຶ້ນ 36% ເມື່ອທຽບກັບໄລຍະດຽວກັນໃນປີ 2025. ນີ້ແມ່ນຂໍ້ມູນ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຍົກອອກມາໃນກອງປະຊຸມຖະແຫຼງຂ່າວປະຈຳເດືອນກັນຍາ 2026 ທີ່ຈັດຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ຝົນຕົກໜັກຢ່າງຕໍ່ເນື່ອງເຮັດໃຫ້ເກີດໄພນ້ຳຖ້ວມຢູ່ປະເທດໄທ, ໃນວັນທີ 30 ກັນຍາ ຜ່ານມາ, ກົມປະຊາສຳພັນ ສຳນັກນາຍົກລັດຖະມົນຕີໄທໄດ້ອອກຂ່າວໂດຍລະບຸວ່າ, ໄພນ້ຳຖ້ວມເທື່ອນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 24 ຄົນ, ຫຼາຍລ້ານຄົນປະສົບໄພ, ກະທົບເຖິງນະຄອນຫຼວງບາງກອກ ແລະ ອີກ 31 ແຂວງ.