ໃນວັນທີ 27 ສິງຫານີ້, ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (Hybrid) ຂຶ້ນທີ່ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາທ່ານເອກອັກຄະລັດຖະທູດ, ທ່ານກົງສູນໃຫຍ່ ແລະ ທ່ານຫົວໜ້າຫ້ອງການສໍານັກງານ ພ້ອມທັງບັນດານັກການທູດ ທີ່ປະຈຳຢູ່ ສຳນັກງານຜູ້ຕາງໜ້າ ຂອງ ສປປ ລາວ ທີ່ຕ່າງປະເທດ ຈໍານວນ 41 ແຫ່ງ ເຂົ້າຮ່ວມ.
ໃນວັນທີ 26 ສິງຫານີ້ ທີ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອໍາລາຂອງ ທ່ານ ນາງ ຊິວ-ແລັງ ຊູອອກ (Siv-Leng CHHUOR) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຝຣັ່ງ ປະຈໍາ ສປປ ລາວ.
ໃນຖານະທີ່ເປັນນັກສຶກສາລາວ ທີ່ກໍາລັງສຶກສາຮ່ຳຮຽນຢູ່ຮ່າໂນ້ຍ, ໃນຂະນະດຽວກັນ, ປັດຈຸບັນ ສັງກັດຢູ່ພະແນກພົວພັນການຕ່າງປະເທດ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ. ຂ້າພະເຈົ້າໄດ້ສຶກສາຮໍ່າຮຽນລະດັບປະລິນຍາຕີ ແລະ ປັດຈຸບັນກໍາລັງສຶກສາຕໍ່ລະດັບປະລິນຍາໂທ. ຂ້າພະເຈົ້າດໍາລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍ ອັນແສນສວຍງາມ ແລະ ຮັ່ງມີ, ສີວິໄລ, ທັນສະໄໝ ກໍຄືນະຄອນແຫ່ງສັນຕິພາບ. ຂ້າພະເຈົ້າ ເຫັນໄດ້ເຖິງບັນດາຄຸນຄ່າພິເສດຂອງນະຄອນຫຼວງຮ່າໂນ້ຍ ມາຕະຫຼອດ.
ລົດໄຟຈີນ-ລາວໃນຖານະໂຄງການສັນຍາລັກໜຶ່ງແລວໜຶ່ງເສັ້ນທາງໄດ້ບັນທຸກມິດຕະພາບອັນເລິກເຊິ່ງຂອງປະຊາຊົນສອງປະເທດອີກທັງຍັງເປັນສາຍໄຍສຳຄັນທີ່ເຊື່ອມໂຍງຈີນແລະລາວ, ທາງລົດໄຟສາຍນີ້ຜ່ານພູມີປະເທດທີ່ສະຫຼັບຊັບຊ້ອນທ້າທາຍອຸປະສັກດ້ານວິສາວະກຳ, ຫຼອມລວມສະຕິປັນຍາແລະເຫື່ອແຮງຂອງຜູ້ກໍ່ສ້າງທັງສອງຊາດຈຶ່ງກາຍເປັນຫຼັກຖານທີ່ມີຊີວິດຊີວາຂອງການກ້າວໄປດ້ວຍກັນແລະການຮ່ວມມືແບບຊະນະຮ່ວມກັນຂອງຈີນ-ລາວ, ລົດໄຟສາຍນີ້ກ້າວຂ້າມຄວາມໝາຍເສັ້ນທາງຄົມມະນາຄົມທຳມະດາກາຍເປັນລະບຽງເສດຖະກິດທີ່ສຳຄັນທີ່ຂັບເຄື່ອນການພັດທະນາພູມີພາກແລະ ເປັນຂົວວັດທະນະທຳທີ່ເຊື່ອມຕໍ່ນ້ຳໃຈຂອງປະຊາຊົນສອງປະເທດເປັນໂອກາດສຳຄັນໃນການຮ່ວມມືກ້າວສູ່ທາງເລິກແລະທາງກວ້າງໂດຍສະເພາະດ້ານການຄ້າ-ການລົງທຶນ, ການແລກປ່ຽນວັດທະນະທຳໂດຍສະເພາະແມ່ນການທ່ອງທ່ຽວຂ້າມແດນມີບັນຍາກາດຄຶກຄື້ນຂຶ້ນຫຼາຍເທົ່າຜ່ານການ “ຂີ່ລົດໄຟທ່ຽວສອງປະເທດ” ໄດ້ກາຍເປັນກະແສທີ່ກຳລັງນິຍົມກັນຫຼາຍໃນກຸ່ມນັກທ່ອງທ່ຽວ, ລົດໄຟສາຍນີ້ບໍ່ພຽງແຕ່ມອບປະສົບການການເດີນທາງທີ່ສະດວກ, ວ່ອງໄວທັນໃຈ, ສ້າງຄວາມປະທັບໃຈໃຫ້ຜູ້ຄົນນັບໝື່ນນັບແສນ, ແຕ່ຍັງຂັບເຄື່ອນບົດບາດໃໝ່ແຫ່ງມິດຕະພາບຈີນ-ລາວ.