ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 1 ກໍລະກົດ ຜ່ານມາ, ທ່ານ ຈອດ ໂຣດຣິເກຊ ປະທານສະພາແຫ່ງຊາດເວເນຊູເອລາກ່າວວ່າ: ຈຳນວນຜູ້ເສຍຊີວິດຍ້ອນແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ເວເນຊູເອລາໃນວັນທີ 24 ມິຖຸນາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 2,295 ຄົນ, ສ່ວນຜູ້ບາດເຈັບເພີ່ມຂຶ້ນເປັນ 11,267 ຄົນ ແລະ ມີແຮງສັ່ນສະເທືອນຕາມມາ 782 ຄັ້ງ.
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 1 ກໍລະກົດ ຜ່ານມານີ້ ອີຣານເປີດເຜີຍໃຫ້ຮູ້ວ່າ, ທ່ານ ຄາເຊມ ກາຣີບາບາດີ ຮອງລັດຖະມົນຕີກະຊວງການຕ່າງປະເທດອີຣານ ໄດ້ນຳພາຄະນະຜູ້ແທນທີ່ປະກອບດ້ວຍພາກສ່ວນຕ່າງໆ ເຊັ່ນ: ກະຊວງການຕ່າງປະເທດອີຣານ, ທະນາຄານກາງອີຣານ ແລະ ອື່ນໆ ເດີນທາງໄປຢ້ຽມຢາມກາຕາ ແລະ ພົບປະກັບທ່ານ ໂມຮຳເມັດ ບິນ ອັບດູນຣາມານ ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງ ປະເທດກາຕາ ຢູ່ນະຄອນຫຼວງໂດຮາຂອງກາຕາ ໃນວັນທີ 1 ກໍລະກົດ ຜ່ານມາ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈລະຫວ່າງອາເມຣິກາ-ອີຣານ ແລະ ຫົວຂໍ້ອື່ນໆ, ລວມທັງ “ການກຳຈັດອຸປະສັກທີ່ມີຢູ່” ໃນບັນຫາການປະຕິບັດການຢຸດຍິງຢູ່ລີບັງ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ທ່ານ ຣູເນີ ໂຟລເບິຣກຮາເກນ ຫົວໜ້າຝ່າຍປະຕິບັດງານດ້ານສະພາບອາກາດ, ຄວາມຍືນຍົງ ແລະ ວິທະຍາສາດ ຂອງອົງການອາວະກາດເອີຣົບ (ESA) ໄດ້ໃຫ້ສຳພາດກັບສຳນັກຂ່າວຊິນຫົວ ທີ່ເມືອງດັບລິນ ປະເທດອຽກລັງ ວ່າ: ຄື້ນຄວາມຮ້ອນທີ່ຮຸນແຮງຂຶ້ນ ແລະ ກຳລັງເກີດຂຶ້ນຢ່າງຕໍ່ເນື່ອງທຸກໆປີ ບໍ່ສາມາດເປັນພຽງປະກົດການສະພາບອາກາດສະເພາະໃນທ້ອງຖິ່ນໄດ້ອີກຕໍ່ໄປ. ໂດຍນັກສ້າງແບບຈຳລອງ ແລະ ຜູ້ຊ່ຽວຊານດ້ານສະພາບອາກາດເຫັນດີວ່າໂລກກຳລັງປະເຊີນກັບອຸນຫະພູມສະເລ່ຍທີ່ສູງຂຶ້ນຢ່າງຕໍ່ເນື່ອງ.
ຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ຂໍ້ມູນຈາກບໍລິສັດວິເຄາະຂໍ້ມູນການບິນ "Cirium" ລະບຸວ່າ: ກ່ອນເກີດຂໍ້ຂັດແຍ່ງ ສາຍການບິນ Emirates, Qatar Airways ແລະ Etihad Airways ໄດ້ຂົນສົ່ງຜູ້ໂດຍສານເກືອບໜຶ່ງສ່ວນສາມຈາກອາຊີໄປເອີຣົບ ລວມທັງຜູ້ໂດຍສານຫຼາຍກວ່າເຄິ່ງໜຶ່ງຈາກອົສຕຣາລີ ແລະ ນູແວນເຊລັງ.