ຈີນ-ລາວ ສົ່ງເສີມການຮ່ວມມືດ້ານການສຶກສາ ແລະ ອຸດສາຫະກຳ

ຈີນ-ລາວ ສົ່ງເສີມການຮ່ວມມືດ້ານການສຶກສາ ແລະ ອຸດສາຫະກຳ

ບໍລິສັດການກໍ່ສ້າງເມືອງລົດໄຟຈີນກຣຸບຈຳກັດ ສາຂາອາຊີຕາເວັນອອກສ່ຽງໃຕ້ໄດ້ເດີນທາງໄປວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ສປປ ລາວ ເພື່ອຮ່ວມງານມະຫາກຳການຮັບສະໝັກງານພາຍໃນສະຖານບັນການສຶກສາເພື່ອສືບຕໍ່ສົ່ງເສີມ ການຮ່ວມມືດ້ານການສຶກສາແລະອຸດສາຫະກຳລະຫວ່າງຈີນ-ລາວ ແລະ ຊ່ວຍເສີມສ້າງພັດທະນາທີມງານບຸກຄະລາກອນທ້ອງຖິ່ນຂອງບໍລິສັດ,
ຕີມໍແລັສເຕ ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ຕີມໍແລັສເຕ ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ໃນວັນທີ 15 ກັນຍາຜ່ານມານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນໄລຍະດໍາເນີນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ສາທາລະນະລັດ ປະຊາທິປະໄຕ ຕີມໍແລັສເຕ ໄດ້ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM).
ຄະນະຜູ້ແທນສາກົນ ປະກອບຄໍາເຫັນຫຼາຍຫົວຂໍ້ສໍາຄັນເພື່ອກ້າວໄປສູ່ໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ

ຄະນະຜູ້ແທນສາກົນ ປະກອບຄໍາເຫັນຫຼາຍຫົວຂໍ້ສໍາຄັນເພື່ອກ້າວໄປສູ່ໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ

ບັນດາຄະນະຜູ້ແທນ ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໄດ້ສືບຕໍ່ປະກອບຄໍາເຫັນ ແລະ ແລກປ່ຽນທັດສະນະໃນຫຼາຍຫົວຂໍ້ສໍາຄັນ ເປັນຕົ້ນການຈັດຕັ້ງປະຕິບັດ ແລະ ການທົບທວນບັນດາຈຸດປະສົງຫຼັກຂອງສົນທິສັນຍາ, ການສືບຕໍ່ຊຸກຍູ້ການເຂົ້າຮ່ວມເປັນພາຄີ ແລະ ການເພີ່ມທະວີການຮ່ວມມືທີ່ແໜ້ນແຟ້ນຂຶ້ນລະຫວ່າງ ບັນດາລັດພາຄີ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອກ້າວໄປສູ່ໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ ໃນວັນທີ 15 ກັນຍາຜ່ານມານີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດຮອງປະທານ ແລະ ຜູ້ປະຈຳການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ).
ມູນນິທິຂອງອົງການມໍຣະດົກສົງຄາມມຸ່ງໝັ້ນເປັນກະບອກສຽງລະດົມທຶນຊ່ວຍເຫຼືອການເກັບກູ້ລະເບີດຢູ່ລາວ

ມູນນິທິຂອງອົງການມໍຣະດົກສົງຄາມມຸ່ງໝັ້ນເປັນກະບອກສຽງລະດົມທຶນຊ່ວຍເຫຼືອການເກັບກູ້ລະເບີດຢູ່ລາວ

​ ມູນນິທິຂອງອົງການມໍຣະດົກສົງຄາມ (Legacies of War) ປະຈໍາສະຫະລັດ ອາເມຣິກາ ເປັນໜຶ່ງອົງການ ເຮັດໜ້າທີ່ເຜີຍແຜ່ພັນທະກິດ ແລະ ເລັ່ງລະດົມການຊ່ວຍເຫຼືອຈາກສັງຄົມອັງກິດ-ອາເມຣິກາ ແລະ ລັດຖະບານສະຫະລັດອາເມຣິກາ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ແຜ່ນດິນລາວ. ພ້ອມມຸ່ງໝັ້ນທີ່ຈະເປັນກະບອກສຽງລະດົມທຶນສ້າງຄວາມປອດໄພໃຫ້ກັບແຜ່ນດິນລາວຢ່າງຕໍ່ເນື່ອງ.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບຫົວໜ້າຄະນະຜູ້ແທນຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມ  3RC-CCM

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບຫົວໜ້າຄະນະຜູ້ແທນຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມ 3RC-CCM

ໃນວັນທີ 14 ກັນຍາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາຫົວໜ້າຄະນະຜູ້ແທນລະດັບສູງຕ່າງປະເທດ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ. ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ ໄດ້ຈັດຂຶ້ນໃນບັນຍາກາດທີ່ສະໜິດສະໜົມ ແລະ ສ້າງສັນໂດຍມີການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຈຸດປະສົງຫຼັກຂອງກອງປະຊຸມ ແລະ ການຂະຫຍາຍການຮ່ວມມືລະຫວ່າງຝ່າຍຕ່າງໆ ຊຶ່ງສາມາດສັງລວມໄດ້ດັ່ງນີ້:
ເພີ່ມເຕີມ