ບໍລິສັດການກໍ່ສ້າງເມືອງລົດໄຟຈີນກຣຸບຈຳກັດ ສາຂາອາຊີຕາເວັນອອກສ່ຽງໃຕ້ໄດ້ເດີນທາງໄປວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ສປປ ລາວ ເພື່ອຮ່ວມງານມະຫາກຳການຮັບສະໝັກງານພາຍໃນສະຖານບັນການສຶກສາເພື່ອສືບຕໍ່ສົ່ງເສີມ ການຮ່ວມມືດ້ານການສຶກສາແລະອຸດສາຫະກຳລະຫວ່າງຈີນ-ລາວ ແລະ ຊ່ວຍເສີມສ້າງພັດທະນາທີມງານບຸກຄະລາກອນທ້ອງຖິ່ນຂອງບໍລິສັດ,
ໃນວັນທີ 15 ກັນຍາຜ່ານມານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນໄລຍະດໍາເນີນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ສາທາລະນະລັດ ປະຊາທິປະໄຕ ຕີມໍແລັສເຕ ໄດ້ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM).
ບັນດາຄະນະຜູ້ແທນ ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໄດ້ສືບຕໍ່ປະກອບຄໍາເຫັນ ແລະ ແລກປ່ຽນທັດສະນະໃນຫຼາຍຫົວຂໍ້ສໍາຄັນ ເປັນຕົ້ນການຈັດຕັ້ງປະຕິບັດ ແລະ ການທົບທວນບັນດາຈຸດປະສົງຫຼັກຂອງສົນທິສັນຍາ, ການສືບຕໍ່ຊຸກຍູ້ການເຂົ້າຮ່ວມເປັນພາຄີ ແລະ ການເພີ່ມທະວີການຮ່ວມມືທີ່ແໜ້ນແຟ້ນຂຶ້ນລະຫວ່າງ ບັນດາລັດພາຄີ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອກ້າວໄປສູ່ໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ ໃນວັນທີ 15 ກັນຍາຜ່ານມານີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດຮອງປະທານ ແລະ ຜູ້ປະຈຳການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ).
ມູນນິທິຂອງອົງການມໍຣະດົກສົງຄາມ (Legacies of War) ປະຈໍາສະຫະລັດ ອາເມຣິກາ ເປັນໜຶ່ງອົງການ ເຮັດໜ້າທີ່ເຜີຍແຜ່ພັນທະກິດ ແລະ ເລັ່ງລະດົມການຊ່ວຍເຫຼືອຈາກສັງຄົມອັງກິດ-ອາເມຣິກາ ແລະ ລັດຖະບານສະຫະລັດອາເມຣິກາ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ແຜ່ນດິນລາວ. ພ້ອມມຸ່ງໝັ້ນທີ່ຈະເປັນກະບອກສຽງລະດົມທຶນສ້າງຄວາມປອດໄພໃຫ້ກັບແຜ່ນດິນລາວຢ່າງຕໍ່ເນື່ອງ.