ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ລະບົບຕິດຕາມການເສຍຊີວິດປະຈຳວັນຂອງກະຊວງສາທາລະນະສຸກແອັດສະປາຍລາຍງານວ່າ, ມີຜູ້ເສຍຊີວິດຫຼາຍກວ່າ 150 ຄົນຈາກອຸນຫະພູມທີ່ສູງຂຶ້ນໃນຕົ້ນເດືອນກໍລະກົດ, ປັດຈຸບັນແອັດສະປາຍກຳລັງປະເຊີນກັບຄື້ນຄວາມຮ້ອນຄັ້ງທີສອງຂອງປີ. ໂດຍໃນເດືອນມິຖຸນາພຽງເດືອນດຽວ, ມີຜູ້ເສຍຊີວິດທີ່ກ່ຽວຂ້ອງກັບອາກາດຮ້ອນເຖິງ 1,029 ຄົນ ຊຶ່ງເປັນຈຳນວນຜູ້ເສຍຊີວິດປະຈຳເດືອນສູງສຸດນັບຕັ້ງແຕ່ລະບົບດັ່ງກ່າວເລີ່ມນໍາໃຊ້ໃນປີ 2015.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ,ພາຍຸໄຕ້ຝຸ່ນບາວີ ຊຶ່ງເປັນພາຍຸໄຊໂຄລນເຂດຮ້ອນຂະໜາດໃຫຍ່ ແລະ ຮຸ່ນແຮງຫຼາຍ ຊຶ່ງເປັນພາຍຸລູກທີ 9 ຂອງລະດູການນີ້ ອາດຈະພັດເຂົ້າໃກ້ເກາະໂອກິນາວາໃນພາກໃຕ້ຂອງຍີ່ປຸ່ນດ້ວຍຄວາມຮຸນແຮງສູງໃນທ້າຍອາທິດນີ້.
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ໃນງານຖະແຫຼງຂ່າວກ່ຽວກັບງານວາງສະແດງຫຸ່ນຍົນໂລກ 2026 ທີ່ຈັດຂຶ້ນໃນວັນທີ 6 ກໍລະກົດ ຜ່ານມາໃຫ້ຮູ້ວ່າ, ໃນ 5 ເດືອນຕົ້ນປີນີ້, ລາຍໄດ້ຂອງວິສາຫະກິດຫຸ່ນຍົນທີ່ມີຂະໜາດເກີນກຳນົດຂອງຈີນ ບັນລຸຫຼາຍກວ່າ 90 ຕື້ຢວນ, ເພີ່ມຂຶ້ນ 26.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈີນໄດ້ກາຍເປັນຕະຫຼາດຫຸ່ນຍົນອຸດສາຫະກຳໃຫຍ່ທີ່ສຸດໃນໂລກ ເປັນເວລາ 13 ປີລຽນຕິດ.
ວັນທີ 8 ເດືອນ 7 ແມ່ນວັນຄົບຮອບ 32 ປີ ແຫ່ງການມໍລະນະກຳຂອງສະຫາຍກິມອິນຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫຼີ ແລະ ປະທານປະເທດຕະຫຼອດການຂອງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ.