ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ໃນງານຖະແຫຼງຂ່າວກ່ຽວກັບງານວາງສະແດງຫຸ່ນຍົນໂລກ 2026 ທີ່ຈັດຂຶ້ນໃນວັນທີ 6 ກໍລະກົດ ຜ່ານມາໃຫ້ຮູ້ວ່າ, ໃນ 5 ເດືອນຕົ້ນປີນີ້, ລາຍໄດ້ຂອງວິສາຫະກິດຫຸ່ນຍົນທີ່ມີຂະໜາດເກີນກຳນົດຂອງຈີນ ບັນລຸຫຼາຍກວ່າ 90 ຕື້ຢວນ, ເພີ່ມຂຶ້ນ 26.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈີນໄດ້ກາຍເປັນຕະຫຼາດຫຸ່ນຍົນອຸດສາຫະກຳໃຫຍ່ທີ່ສຸດໃນໂລກ ເປັນເວລາ 13 ປີລຽນຕິດ.
ວັນທີ 8 ເດືອນ 7 ແມ່ນວັນຄົບຮອບ 32 ປີ ແຫ່ງການມໍລະນະກຳຂອງສະຫາຍກິມອິນຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫຼີ ແລະ ປະທານປະເທດຕະຫຼອດການຂອງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ.
ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 5 ກໍລະກົດ ຜ່ານມາວ່າ: ຜົນການສຶກສາຈາກມະຫາວິທະຍາໄລແມນເຊສເຕີ ປະເທດອັງກິດ ທີ່ເຜີຍແຜ່ໃນວັນທີ 3 ກໍລະກົດຜ່ານມາລະບຸວ່າ, ມະຫາວິທະຍາໄລຫຼາຍແຫ່ງຈຳເປັນຕ້ອງທົບທວນຄືນໃໝ່ ກ່ຽວກັບວິທີການສຶກສາໃຫ້ກັບນັກສາໃນໂລກທີ່ປັນຍາປະດິດ (AI) ກຳລັງປ່ຽນແປງວິທີການເຮັດວຽກຢ່າງໄວວາ. ໂດຍລະບຸວ່າ, ການເຕີບໂຕຂອງ AI ຈຳເປັນຕ້ອງມີການປ່ຽນແປງໃນການສຶກສາຊັ້ນສູງທີ່ສຸມໃສ່ການພັດທະນາທັກສະການຄິດຢ່າງມີວິຈາລະນະຍານ, ການຕັດສິນໃຈບົນພື້ນຖານດ້ານຈັນຍາບັນ ແລະ ທັກສະການສື່ສານທີ່ດີຂຶ້ນ.
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 6 ກໍລະກົດ ຜ່ານມາ, ກອງປະຊຸມສົນທະນາກ່ຽວກັບການຄຸ້ມຄອງປັນຍາປະດິດທົ່ວໂລກຄັ້ງທໍາອິດໄດ້ຈັດຂຶ້ນຢູ່ນະຄອນເຊີແນວ ປະເທດສະວິດ, ມີຜູ້ຕາງໜ້າຈາກທົ່ວໂລກເຂົ້າຮ່ວມປະມານ 1,500 ທ່ານ ເພື່ອແລກປ່ຽນຄໍາເຫັນກ່ຽວກັບການຄຸ້ມຄອງປັນຍາປະດິດ.