ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 6 ກໍລະກົດ ຜ່ານມາ, ກອງປະຊຸມສົນທະນາກ່ຽວກັບການຄຸ້ມຄອງປັນຍາປະດິດທົ່ວໂລກຄັ້ງທໍາອິດໄດ້ຈັດຂຶ້ນຢູ່ນະຄອນເຊີແນວ ປະເທດສະວິດ, ມີຜູ້ຕາງໜ້າຈາກທົ່ວໂລກເຂົ້າຮ່ວມປະມານ 1,500 ທ່ານ ເພື່ອແລກປ່ຽນຄໍາເຫັນກ່ຽວກັບການຄຸ້ມຄອງປັນຍາປະດິດ.
ສຳນັກຂ່າວສານຊິນຮວາ ລາຍງານ ໃນວັນທີ 6 ກໍລະກົດ ຜ່ານມາວ່າ: OPEC+ ຫຼື ກຸ່ມພັນທະມິດຜູ້ສົ່ງອອກນ້ຳມັນຂອງ OPEC, ໄດ້ຕົກລົງທີ່ຈະເພີ່ມເພດານການຜະລິດນ້ຳມັນໃນເດືອນສິງຫາຂຶ້ນ 188,000 ບາເຣວຕໍ່ມື້ ເມື່ອທຽບກັບເພດານການຜະລິດໃນເດືອນກໍລະກົດ, ຫຼັງຈາກກອງປະຊຸມລະຫວ່າງຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມັນ ເພື່ອທົບທວນສະພາບ ແລະ ທ່າອ່ຽງຂອງຕະຫຼາດນ້ຳມັນໂລກ.
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ກໍລະກົດ ຜ່ານມາວ່າ: ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈໍາກັດແຈ້ງໃຫ້ຮູ້ໃນວັນທີ 5 ກໍລະກົດ ຜ່ານມາວ່າ, 6 ເດືອນຕົ້ນປີນີ້, ເສັ້ນທາງລົດໄຟແຫ່ງຊາດຂອງຈີນສາມາດຂົນສົ່ງສິນຄ້າໄດ້ 2 ຕື້ 15 ລ້ານໂຕນ, ເພີ່ມຂຶ້ນ 1.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ສຳນັກຂ່າວສານຊິນຮວາ ລາຍງານໃນທ້າຍອາທິດຜ່ານມາວ່າ: ກະຊວງກະສິກຳອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກຳລັງຂະຫຍາຍການປູກພືດອາຫານສັດທີ່ທົນທານຕໍ່ຄວາມແຫ້ງແລ້ງ ແລະ ມີໂປຣຕີນສູງ ເພື່ອຮັບປະກັນຄວາມໝັ້ນຄົງຂອງການສະໜອງພືດອາຫານສັດ ທ່າມກາງການຂາດແຄນທົ່ງຫຍ້າລ້ຽງສັດທີ່ເກີດຈາກປະກົດການແອວນີໂຢ.