ຂ່າວສານຊີອາໄອລາຍງານ ໃນວັນທີ 6 ເມສາ ຜ່ານມາວ່າ: ກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດ ຄັ້ງທີ 61 ໄດ້ຈັດຂຶ້ນຢູ່ນະຄອນເຊີແນວ ໃນມໍ່ໆມານີ້. ຜູ້ຕາງໜ້າຈີນໄດ້ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ, ພ້ອມທັງຊຸກຍູ້ການພັດທະນາພາລະກິດສິດທິມະນຸດຢ່າງປອດໃສຕື່ມອີກ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 7 ເມສາ ນີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ດ້ວຍບັດເຫັນດີ 495/495 ສະມາຊິກເຂົ້າຮ່ວມການລົງປະຊາມະຕິຮັບຮອງເອົາ, ສະພາແຫ່ງຊາດຊຸດທີ XVI ໄດ້ຮັບຮອງເອົາມະຕິວ່າດ້ວຍການເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະມາຊິກສະພາແຫ່ງຊາດຊຸດທີ XVI ເປັນປະທານປະເທດ ສສ ຫວຽດນາມ ອາຍຸການ 2026 – 2031.
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນເຊົ້າວັນທີ 6 ເມສານີ້ ຢູ່ນະຄອນຫຼວງຮ່າໂນ້ຍ ໃນກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ໄດ້ເລືອກຕັ້ງທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຊຸດທີ 15, ສະມາຊິກສະພາແຫ່ງຊາດຊຸດທີ 16 ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ສສ ຫວຽດນາມ ຊຸດທີ 16, ດ້ວຍບັດເຫັນດີ 100%.
ຂ່າວຕ່າງປະເທດລາຍງານໃນວັນທີ 4 ເມສາ ຜ່ານມາວ່າ: ບົດລາຍງານຈາກສະຫະພັນເຂົ້າກຳປູເຈຍ ທີ່ເຜີຍແຜ່ຫວ່າງມໍ່ໆມານີ້ລະບຸວ່າ, ກໍາປູເຈຍໄດ້ສົ່ງອອກເຂົ້າສານ ຈໍານວນ 361,578 ໂຕນໄປຍັງຕະຫຼາດສາກົນໃນໄຕມາດທຳອິດຂອງປີ 2026, ເພີ່ມຂຶ້ນ 71.3% ຈາກ 211,058 ໂຕນ ໃນໄລຍະດຽວກັນຂອງປີ 2025.