ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 2 ມັງກອນ ຜ່ານມານີ້, ຄະນະກຳມະການການເລືອກຕັ້ງສະຫະພາບມຽນມາ ໄດ້ປະກາດລາຍຊື່ຈຳນວນໜຶ່ງ ຂອງຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງຂອງການເລືອກຕັ້ງທົ່ວປະເທດ ຜ່ານທາງໂທລະພາບ. ລາຍຊື່ດັ່ງກ່າວສ່ວນໃຫຍ່ແມ່ນປະກອບດ້ວຍສະມາຊິກສະພາຂອງສະພາປະຊາຊົນ ແລະ ສະພາຊົນເຜົ່າຂອງສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາລະດັບແຂວງຈຳນວນໜຶ່ງ. ລາຍຊື່ດັ່ງກ່າວຈະປະກາດອອກມາເທື່ອລະກ້າວໃນຫຼາຍມື້ຕໍ່ໜ້າ.
ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ມັງກອນ ຜ່ານມາວ່າ: ລັດຖະບານອິນເດຍໄດ້ສັ່ງໃຫ້ X Corp., ຊຶ່ງເປັນບໍລິສັດແມ່ຂອງ AI chatbot Grok ປ້ອງກັນບໍ່ໃຫ້ມີການສ້າງເນື້ອຫາທີ່ລາມົກ ແລະ ມີການຊີ້ນຳທາງເພດຢ່າງຈະແຈ້ງ ແລະ ໃຫ້ສົ່ງບົດລາຍງານການປະຕິບັດຕາມພາຍໃນ 72 ຊົ່ວໂມງ.
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຜົນການສຳຫຼວດໂດຍ Kyodo News ຊຶ່ງເຜີຍແຜ່ຫວ່າງມໍ່ໆມານີ້ຊີ້ໃຫ້ເຫັນວ່າ: ບໍລິສັດຂະໜາດໃຫຍ່ຂອງຍີ່ປຸ່ນ ປະມານ 70% ຄາດວ່າເສດຖະກິດພາຍໃນປະເທດຈະມີການເຕີບໂຕໃນປີ 2026. ເຖິງຢ່າງໃດກໍຕາມ, ລາຄາສິນຄ້າທີ່ຍັງຢູ່ໃນລະດັບສູງ ລວມເຖິງນະໂຍບາຍພາສີທີ່ຮຸນແຮງຂອງສະຫະລັດ ອາເມຣິກາ ຖືກເບິ່ງວ່າຈະເຂົ້າມາຫຼຸດຜ່ອນການເພີ່ມຂຶ້ນຂອງຄ່າແຮງງານທີ່ຄາດວ່າຈະເພີ່ມຂຶ້ນ ແລະ ການຟື້ນຕົວຂອງການໃຊ້ຈ່າຍຂອງຄົວເຮືອນຫຼຸດລົງ.
ຂ່າວສານຊີອາໄອລາຍງານ ໃນທ້າຍອາທິດຜ່ານມາວ່າ: ອົງການການບິນອະວະກາດແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ, ປີ 2025 ຜ່ານມາ ຈີນໄດ້ບັນລຸການບຸກທະລຸຫຼາຍຢ່າງ ແລະ ສ້າງສະຖິຕິເປັນຄັ້ງທຳອິດໃນປະຫວັດສາດໃນຫຼາຍຂົງເຂດເຊັ່ນ: ການບິນອະວະກາດບັນທຸກຄົນ, ການສຳຫຼວດອະວະກາດ, ການບິນອະວະກາດທາງການຄ້າ ແລະ ອື່ນໆ.