ຂ່າວສານຊີອາໄອລາຍງານວ່າ: ຜົນການນັບຄະແນນສຽງທີ່ຫ້ອງການເລືອກຕັ້ງແຫ່ງຊາດຮົງກາຣີເປີດເຜີຍໃນວັນທີ 12 ເມສາ ຜ່ານມານີ້ສະແດງໃຫ້ເຫັນວ່າ: ພັກ ຕິສຈາ ທີ່ນຳພາໂດຍທ່ານ ແມກຢາ ປີເຕີ ໄດ້ຮັບໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດທີ່ຈັດຂຶ້ນໃນມື້ດຽວກັນ.
ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ເມສາ ຜ່ານມາວ່າ: ກະຊວງສິ່ງແວດລ້ອມ ແລະ ການປ່ຽນແປງສະພາບອາກາດຂອງການາດາໄດ້ປະກາດວ່າ, ຈະໃຊ້ປັນຍາປະດິດ (AI) ຄຽງຄູ່ກັບວິທີການພະຍາກອນແບບດັ້ງເດີມ ເພື່ອໃຫ້ສາມາດພະຍາກອນອາກາດໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ.
ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 13 ເມສາ ນີ້, ພິທີເປີດກອງປະຊຸມສຸດຍອດອິນເຕີເນັດໂລກປະຈຳພາກພື້ນອາຊີ-ປາຊີຟິກປີ 2026 ໄດ້ຈັດຂຶ້ນຢູ່ສູນປະຊຸມ ແລະ ວາງສະແດງຮົງກົງ. ກອງປະຊຸມຄັ້ງນີ້ຈັດຂຶ້ນເປັນເວລາ 2 ວັນ ຊຶ່ງຈະເນັ້ນໜັກໃສ່ເຕັກໂນໂລຊີນະວັດຕະກຳໃນພາກພື້ນອາຊີ-ປາຊີຟິກ, ບຸກທະລຸຂໍ້ຈຳກັດທາງດ້ານພູມີປະເທດ, ຊຸກຍູ້ການແລກປ່ຽນນະວັດຕະກຳດິຈີຕອນ ແລະ ເຕັກໂນໂລຊີທົ່ວໂລກໃຫ້ກ້າວຂຶ້ນສູ່ລະດັບໃໝ່.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 12 ເມສາ ຜ່ານມາ ແຂວງກວາງນິງ ໄດ້ສົມທົບກັບ ນະຄອນຫຼວງຮ່າໂນ້ຍ, ຫາຍຟ່ອງ, ບັກນິງ ເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ. ໂດຍການເຂົ້າຮ່ວມຂອງທ່ານ ເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ.