ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມັງກອນ ຜ່ານມາວ່າ: ກະຊວງການສື່ສານ ແລະ ກິດຈະການດີຈີຕອນຂອງອິນໂດເນເຊຍ ໄດ້ໂຈະການເຂົ້າເຖິງ chatbot AI ຂອງ xAI ຊື່ວ່າ "Grok" ຊົ່ວຄາວ, ໂດຍອ້າງເຖິງຄວາມກັງວົນກ່ຽວກັບການສ້າງ ແລະ ການເຜີຍແຜ່ຮູບພາບລາມົກ ລວມທັງປອມແປງເນື້ອຫາ (deepfake) ທີ່ສ້າງຂຶ້ນໂດຍບໍ່ໄດ້ຮັບການຍິນຍອມ.
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການສະຫະປະຊາຊາດ (UN) ໄດ້ເຜີຍແຜ່ບົດລາຍງານສະຖານະການ ແລະ ທ່າອ່ຽງເສດຖະກິດໂລກປີ 2026ຊຶ່ງລະບຸວ່າ, ຜົນຜະລິດທາງເສດຖະກິດທົ່ວໂລກຄາດວ່າຈະເຕີບໂຕ2.7% ໃນປີ 2026 ຊຶ່ງຕໍ່າກວ່າໂຕເລກການຄາດຄະເນ 2.8% ຂອງປີ 2025 ແລະຕໍ່າກວ່າອັດຕາສະເລ່ຍກ່ອນການລະບາດທີ່ 3.2%.
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 11 ມັງກອນ ຜ່ານມາ, 100 ຕາແສງ ແລະ ເມືອງໃນຫຼາຍແຂວງ ແລະ ລັດຂອງມຽນມາ ຄື: ນະຄອນຢາງກຸງ, ນະຄອນຫຼວງເນປີດໍ ແລະ ນະຄອນມານດາເລ ເປັນຕົ້ນ ໄດ້ຈັດການລົງຄະແນນສຽງໄລຍະທີ 2 ຂອງການເລືອກຕັ້ງທົ່ວປະເທດ. ການລົງຄະແນນສຽງນັບແຕ່ເວລາ 6:00 ໂມງຈົນຮອດ 16:00 ໂມງ.
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 11 ມັງກອນ ຜ່ານມາ ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ອົງຄະນະພັກລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2025 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2026. ໂດຍການເປັນປະທານຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເລຂາອົງຄະນະພັກ.