ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ເມສາ ຜ່ານມາວ່າ: ທ່ານນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການໃຫຍ່ຂອງກອງທຶນການເງິນສາກົນ (IMF) ໄດ້ເປີດເຜີຍວ່າ: ສົງຄາມໃນຕາເວັນອອກກາງຈະສົ່ງຜົນໃຫ້ອັດຕາເງິນເຟີ້ສູງຂຶ້ນ ແລະ ເຮັດໃຫ້ການເຕີບໂຕຂອງເສດຖະກິດໂລກຊ້າລົງ. ທ່ານກ່າວຕື່ມວ່າ: ເຖິງແມ່ນວ່າຂໍ້ຂັດແຍ່ງຈະໄດ້ຮັບການແກ້ໄຂຢ່າງວ່ອງໄວ, ແຕ່ IMF ຍັງຈະພິຈາລະນາຫຼຸດການຄາດຄະເນການເຕີບໂຕທາງເສດຖະກິດ ແລະ ຍົກລະດັບການຄາດຄະເນອັດຕາເງິນເຟີ້.
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 6 ເມສາຜ່ານມານີ້, ທ່ານ ຮຸນແຊນ ຮັກສາການແທນພະມະຫາກະສັດແຫ່ງຣາຊະອານາຈັກກຳປູເຈຍໄດ້ລົງນາມໃນລັດຖະດຳລັດ ເພື່ອປະກາດໃຊ້ກົດໝາຍວ່າດ້ວຍການຕ້ານການຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດ ຊຶ່ງມີຜົນບັງຄັບໃຊ້ໃນທັນທີ.
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 6 ເມສາ ຜ່ານມາ, ໃນເວລາເຂົ້າຮ່ວມກອງປະຊຸມແຈ້ງສະພາບການປະຕິບັດຂໍ້ລິເລີ່ມການປະຕິຮູບ ຄົບຮອບ 80 ປີຂອງການສ້າງຕັ້ງອົງການສະຫະປະຊາຊາຊາດ ຫຼື UN80 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ, ທ່ານ ຊຸ່ນເຫຼີຍ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດ ຢືນຢັນວ່າ: ຈີນຄອງຄອຍການປະຕິຮູບຈະໃຫ້ຄວາມສຳຄັນຢ່າງເຕັມທີ່ຕໍ່ຄວາມກັງວົນຂອງປະເທດກຳລັງພັດທະນາ, ເຕົ້າໂຮມຄວາມຮັບຮູ້ເປັນເອກະພາບກັນຂອງປະເທດສະມາຊິກທຸກຖ້ວນໜ້າ ເພື່ອເຮັດໃຫ້ໝາກຜົນຂອງການປະຕິຮູບສາມາດຜ່ານຜ່າການທົດສອບທາງປະຫວັດສາດໄດ້.
ຂ່າວຕ່າງປະເທດລາຍງານໃນວັນທີ 7 ເມສາ ຜ່ານມາວ່າ: ສູນຫຼຸດຜ່ອນໄພພິບັດທາງພູເຂົາໄຟ ແລະ ທໍລະນີວິທະຍາຂອງອິນໂດເນເຊຍລາຍງານວ່າ, ພູເຂົາໄຟດູໂຄໂນ ໃນແຂວງມາລູກູເໜືອ ຂອງອິນໂດເນເຊຍໄດ້ລະເບີດຂຶ້ນ 4 ຄັ້ງໃນວັນ 7 ເມສາ ຜ່ານມາ ໂດຍພົ່ນຂີ້ເທົ່າໜາຂຶ້ນສູ່ທ້ອງຟ້າ.