ຊາອຸດິດ ອາຣັບບີ ຄົ້ນພົບຟອດຊິວແມງດາທະເລ ອາຍຸປະມານ 465 ລ້ານປີ

ຊາອຸດິດ ອາຣັບບີ ຄົ້ນພົບຟອດຊິວແມງດາທະເລ ອາຍຸປະມານ 465 ລ້ານປີ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຄະນະກຳມະການລາດຊະວົງອັລອູລາ ຂອງຊາອຸດິດ ອາຣັບບີ ໄດ້ປະກາດການຄົ້ນພົບຟອດຊິວແມງດາທະເລໃນເຂດສະຫງວນທຳມະຊາດ Al-Gharamil ໃນເມືອງອັລອູລາ. ໂດຍຟອດຊິວດັ່ງກ່າວມາຈາກຍຸກອໍໂດວິຊຽນ ຊຶ່ງຄາດຄະເນວ່າມີອາຍຸປະມານ 444 ຫາ 485 ລ້ານປີ, ກາຍເປັນໜຶ່ງໃນຟອດຊິວແມງດາທີ່ເກົ່າແກ່ທີ່ສຸດທີ່ເຄີຍຄົ້ນພົບໃນທົ່ວໂລກ.
ອິນໂດເນເຊຍ ໂຈະການເຂົ້າເຖິງ AI chatbot Grok

ອິນໂດເນເຊຍ ໂຈະການເຂົ້າເຖິງ AI chatbot Grok

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມັງກອນ ຜ່ານມາວ່າ: ກະຊວງການສື່ສານ ແລະ ກິດຈະການດີຈີຕອນຂອງອິນໂດເນເຊຍ ໄດ້ໂຈະການເຂົ້າເຖິງ chatbot AI ຂອງ xAI ຊື່ວ່າ "Grok" ຊົ່ວຄາວ, ໂດຍອ້າງເຖິງຄວາມກັງວົນກ່ຽວກັບການສ້າງ ແລະ ການເຜີຍແຜ່ຮູບພາບລາມົກ ລວມທັງປອມແປງເນື້ອຫາ (deepfake) ທີ່ສ້າງຂຶ້ນໂດຍບໍ່ໄດ້ຮັບການຍິນຍອມ.
UN ຄາດຄະເນເສດຖະກິດໂລກຈະເຕີບໂຕ 2.7% ໃນປີ 2026

UN ຄາດຄະເນເສດຖະກິດໂລກຈະເຕີບໂຕ 2.7% ໃນປີ 2026

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການສະຫະປະຊາຊາດ (UN) ໄດ້ເຜີຍແຜ່ບົດລາຍງານສະຖານະການ ແລະ ທ່າອ່ຽງເສດຖະກິດໂລກປີ 2026ຊຶ່ງລະບຸວ່າ, ຜົນຜະລິດທາງເສດຖະກິດທົ່ວໂລກຄາດວ່າຈະເຕີບໂຕ2.7% ໃນປີ 2026 ຊຶ່ງຕໍ່າກວ່າໂຕເລກການຄາດຄະເນ 2.8% ຂອງປີ 2025 ແລະຕໍ່າກວ່າອັດຕາສະເລ່ຍກ່ອນການລະບາດທີ່ 3.2%.
ມຽນ​ມາ ​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​ໄລ​ຍະ​ທີ 2 ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ມຽນ​ມາ ​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​ໄລ​ຍະ​ທີ 2 ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 11 ມັງ​ກອນ ຜ່ານມາ, 100 ຕາ​ແສງ ແລະ ​ເມືອງ​ໃນຫຼາຍ​ແຂວງ​ ແລະ​​ ລັດຂອງມຽນ​ມາ ຄື: ນະ​ຄອນ​ຢາງ​ກຸງ, ນະ​ຄອນ​ຫຼວງ​ເນ​ປີ​ດໍ ແລະ ນະ​ຄອນ​ມານ​ດາ​​ເລ ເປັນ​ຕົ້ນ ​ໄດ້​​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​​ໄລ​ຍະ​ທີ 2 ຂອງ​ການ​ເລືອ​ກ​ຕັ້ງ​​​ທົ່ວ​ປະ​ເທດ. ​ການ​ລົງ​ຄະ​ແນນ​ສຽງ​ນັບ​ແຕ່ເວ​ລາ 6:00 ໂມງ​ຈົນ​ຮອດ 16:00 ໂມງ.
ທ່ານນາ​ຍົກ​ລັດຖະມົນຕີຫວຽດນາມ ຮຽກ​ຮ້ອງ​ສຸມ​ໃສ່​ປະ​ຕິ​ບັດ​ບັນດາຍຸດ​ທະ​ສາດ​

ທ່ານນາ​ຍົກ​ລັດຖະມົນຕີຫວຽດນາມ ຮຽກ​ຮ້ອງ​ສຸມ​ໃສ່​ປະ​ຕິ​ບັດ​ບັນດາຍຸດ​ທະ​ສາດ​

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 11 ມັງກອນ ຜ່ານມາ ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ອົງຄະນະພັກລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2025 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2026. ໂດຍການເປັນປະທານຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເລຂາອົງຄະນະພັກ.
ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນປະທານປະເທດຈີນເດີນທາງໄປຢ້ຽມຢາມຫວຽດນາມທາງລັດຖະກິດ, ໃນວັນທີ 11 ທັນວາ ຜ່ານມານີ້, ພິທີເປີດການຮ່ວມມືຮອບໃໝ່ລະຫວ່າງສື່ມວນຊົນຈີນແລະຫວຽດນາມໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ

ເພີ່ມເຕີມ