ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ສຣີ ເຄເນສ ມິເຊວ ປະທານສະຫະພັນທ່ອງທ່ຽວມາເລເຊຍ ໄດ້ເປີດເຜີຍວ່າ: ຂະແໜງການທ່ອງທ່ຽວຂອງມາເລເຊຍກຳລັງປະເຊີນກັບແຮງກົດດັນດ້ານຄ່າໃຊ້ຈ່າຍໃນການດຳເນີນງານທີ່ເພີ່ມຂຶ້ນຍ້ອນລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ຊຶ່ງເປັນຜົນສະທ້ອນຂອງຄວາມເຄັ່ງຕຶງໃນຕາເວັນອອກກາງ. ໂດຍສ້າງຜົນກະທົບທີ່ແຜ່ລາມໄປທົ່ວອຸດສາຫະກຳ.
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 6 ເມສາຜ່ານມາ, ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກຂອງອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ ເກົາຫຼີ ໄດ້ເປີດເຜີຍບົດລາຍງານຄາດຄະເນເສດຖະກິດຂອງພາກພື້ນອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ ເກົາຫຼີ ປີ 2026 ໂດຍຄາດຄະເນວ່າ: ຈັງຫວະການເຕີບໂຕຂອງເສດຖະກິດໃນພາກພື້ນອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ ເກົາຫຼີ ໃນປີ 2026 ແລະ 2027 ແມ່ນ 4%. ບົດລາຍງານລະບຸວ່າ: ການປະທະກັນຢູ່ຕາເວັນອອກກາງໄດ້ຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ແລະ ການສະໜອງດ້ານພະລັງງານທົ່ວໂລກຖືກຜົນກະທົບ ຈະເຮັດໃຫ້ຈັງຫວະການເຕີບໂຕຂອງເສດຖະກິດໃນພາກພື້ນມີຄວາມສ່ຽງຫຼຸດຕ່ຳລົງຫຼາຍຂຶ້ນ.
ຂ່າວຕ່າງປະເທດລາຍງານໃນວັນທີ 4 ເມສາ ຜ່ານມາວ່າ: ທ່ານ ເທດຣອສ ອັດຮາໂນມ ເກເບຣເຢຊຸສ ຜູ້ອໍານວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ໄດ້ລະບຸຜ່ານສື່ສັງຄົມອອນລາຍວ່າ: ລະບົບສາທາລະນະສຸກຂອງ 5 ປະເທດທີ່ໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງໃນຕາເວັນອອກກາງຄື: ລີບັງ, ອີຣານ, ອີຣັກ, ຊີຣີ ແລະ ຊອກດານີ ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຢ່າງຮີບດ່ວນ.
ຂ່າວຕ່າງປະເທດລາຍງານໃນວັນທີ 6 ເມສາ ຜ່ານມາວ່າ: ອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫຼື OPEC+ ໄດ້ຕົກລົງກັນໃນວັນທີ 5 ເມສາ ຜ່ານມາ, ເພື່ອເພີ່ມການຜະລິດນໍ້າມັນດິບ 206,000 ບາເຣວຕໍ່ມື້ໃນເດືອນພຶດສະພາ.