ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 6 ເມສາ ຜ່ານມາ, ໃນເວລາເຂົ້າຮ່ວມກອງປະຊຸມແຈ້ງສະພາບການປະຕິບັດຂໍ້ລິເລີ່ມການປະຕິຮູບ ຄົບຮອບ 80 ປີຂອງການສ້າງຕັ້ງອົງການສະຫະປະຊາຊາຊາດ ຫຼື UN80 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ, ທ່ານ ຊຸ່ນເຫຼີຍ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດ ຢືນຢັນວ່າ: ຈີນຄອງຄອຍການປະຕິຮູບຈະໃຫ້ຄວາມສຳຄັນຢ່າງເຕັມທີ່ຕໍ່ຄວາມກັງວົນຂອງປະເທດກຳລັງພັດທະນາ, ເຕົ້າໂຮມຄວາມຮັບຮູ້ເປັນເອກະພາບກັນຂອງປະເທດສະມາຊິກທຸກຖ້ວນໜ້າ ເພື່ອເຮັດໃຫ້ໝາກຜົນຂອງການປະຕິຮູບສາມາດຜ່ານຜ່າການທົດສອບທາງປະຫວັດສາດໄດ້.
ຂ່າວຕ່າງປະເທດລາຍງານໃນວັນທີ 7 ເມສາ ຜ່ານມາວ່າ: ສູນຫຼຸດຜ່ອນໄພພິບັດທາງພູເຂົາໄຟ ແລະ ທໍລະນີວິທະຍາຂອງອິນໂດເນເຊຍລາຍງານວ່າ, ພູເຂົາໄຟດູໂຄໂນ ໃນແຂວງມາລູກູເໜືອ ຂອງອິນໂດເນເຊຍໄດ້ລະເບີດຂຶ້ນ 4 ຄັ້ງໃນວັນ 7 ເມສາ ຜ່ານມາ ໂດຍພົ່ນຂີ້ເທົ່າໜາຂຶ້ນສູ່ທ້ອງຟ້າ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນບ່າຍວັນທີ 7 ເມສາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຂົ້າຮ່ວມການລົງຄະແນນສຽງໃຫ້ສັດຕະຍາບັນ, ສະພາແຫ່ງຊາດຊຸດທີ XVI ຮັບຮອງເອົາມະຕິເລືອກຕັ້ງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2026 – 2031 ສໍາລັບທ່ານ ເລມິງຮຶງ ກຳມະການກົມການເມືອງ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງ ສະມາຊິກສະພາແຫ່ງຊາດຊຸດທີ XVI.
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ສຣີ ເຄເນສ ມິເຊວ ປະທານສະຫະພັນທ່ອງທ່ຽວມາເລເຊຍ ໄດ້ເປີດເຜີຍວ່າ: ຂະແໜງການທ່ອງທ່ຽວຂອງມາເລເຊຍກຳລັງປະເຊີນກັບແຮງກົດດັນດ້ານຄ່າໃຊ້ຈ່າຍໃນການດຳເນີນງານທີ່ເພີ່ມຂຶ້ນຍ້ອນລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ຊຶ່ງເປັນຜົນສະທ້ອນຂອງຄວາມເຄັ່ງຕຶງໃນຕາເວັນອອກກາງ. ໂດຍສ້າງຜົນກະທົບທີ່ແຜ່ລາມໄປທົ່ວອຸດສາຫະກຳ.