ຂ່າວຕ່າງປະເທດລາຍງານວ່າ: ສາຍການບິນເຈຈູ ແອ (Jeju Air)ສາຍການບິນລາຄາຖືກຂອງ ສ ເກົາຫຼີໃຕ້ ໄດ້ເປີດເຜີຍໃນວັນທີ 12 ມັງກອນ ຜ່ານມາວ່າ, ຈໍານວນຜູ້ໂດຍສານທີ່ເດີນທາງໄປປະເທດຍີ່ປຸ່ນເກີນ 4 ລ້ານຄົນໃນປີ 2025 ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 4,027,000 ຄົນ, ເພີ່ມຂຶ້ນ 4.8% ຈາກ 3,842,000 ຄົນໃນປີ 2024.
ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມັງກອນ ຜ່ານມາວ່າ: ສະຫະພັນເຂົ້າມຽນມາ (MRF) ໄດ້ເປີດເຜີຍວ່າ, ມຽນມາໄດ້ສົ່ງອອກເຂົ້າສານ ແລະ ເຂົ້າຫັກປະລິມານຫຼາຍກວ່າ 2.1 ລ້ານໂຕນ ໃນໄລຍະ 9 ເດືອນທຳອິດ (ເມສາ - ທັນວາ) ຂອງປີງົບປະມານ 2025-2026.
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 12 ມັງກອນ ຜ່ານມາ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳປາໄສໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກວດກາສູນກາງພັກກອມມູນິດຈີນສະໄໝທີ 20, ທ່ານເນັ້ນໜັກວ່າ: ຕ້ອງຢຶດໝັ້ນ ແລະ ເພີ່ມທະວີການນຳພາຮອບດ້ານຂອງພັກ, ຊຸກຍູ້ການຄຸ້ມຄອງພັກຢ່າງຮອບດ້ານ ແລະ ເຂັ້ມງວດດ້ວຍມາດຕະຖານທີ່ສູງກວ່າເກົ່າ ແລະ ມາດຕະການແທ້ຈິງກວ່າເກົ່າ, ເອົາອຳນາດຂັງໄວ້ໃນຄອກແຫ່ງລະບຽບການຢ່າງມີວິທະຍາສາດ ແລະ ມີປະສິດທິຜົນກວ່າເກົ່າ, ຊຸກຍູ້ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງມີສະຕິ ແລະ ເດັດຂາດກວ່າເກົ່າ, ສະໜອງການຮັບປະກັນທີ່ເຂັ້ມແຂງເພື່ອບັນລຸໜ້າທີ່ເປົ້າໝາຍໃນໄລຍະ “ແຜນພັດທະນາ 5 ປີຄັ້ງທີ XV ”.
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 12 ມັງກອນ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບຂໍ້ມູນ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ແລະ ເຊື່ອມຕໍ່ກັບສະຖານທີ່ເຊື່ອມຕໍ່ 34 ແຂວງ, ນະຄອນໃນທົ່ວປະເທດ.