ໃນວັນທີ 5 ສິງຫາ ນີ້ ທີ່ສະພາແຫ່ງຊາດ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານຄະນະ ປະຈຳສະພາແຫ່ງຊາດ (ຄປຈສພຊ) ຜູ້ຊີ້ນໍາວຽກງານກົດໝາຍ ແລະ ວຽກງານຄົ້ນຄວ້ານິຕິກໍາຂອງ ສພຊ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາ ແຫ່ງຊາດ ຄື:
ໃນຕອນເຊົ້າວັນທີ 6 ສິງຫານີ້, ຄະນະພັກ-ຄະນະນຳນະຄອນໄກສອນ ພົມວິຫານ ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ສະຫວັນນະເຂດ ພ້ອມກັນສ້າງຂະບວນການຕາບຂຸມຮັງໄກ່ ຕາມເສັ້ນທາງເທສະບານນະຄອນໄກສອນພົມວິຫານ ເພື່ອຂຳນັບຮັບຕ້ອນກອງປະຊຸມໃຫ່ຍອົງຄະນະພັກແຂວງ ສະຫວັນນະເຂດ ສະໄໝທີ X ໃຫ້ເຕັມໄປດ້ວຍຜົນງານອັນຍິ່ງໃຫ່ຍ. ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີທ່ານຮອງເຈົ້າແຂວງ, ຄະນະພັກ - ຄະນະນຳຂັ້ນແຂວງ-ນະຄອນໄກສອນ ພົມວິຫານ, ພະນັກງານ ລັດຖະກອນ ແລະ ອຳນາດການປົກຄອງໃນທົ່ວເທດສະບານນະຄອນໄກສອນພົມວິຫານ ເຂົ້າຮ່ວມໃນການສ້າງຂະບວນການຄັ້ງນີ້.
ໃນວັນທີ 5 ສິງຫາຜ່ານມານິ້, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ໂອ້ລົມການນຳເມືອງພູກູດ. ທ່ານ ຄຳພາ ພິລາວົງ ກຳມະການພັກແຂວງ ເລຂາພັກເມືອງ ໄດ້ລາຍງານການຊີ້ນຳ-ນຳພາ ການພັດທະນາເສດຖະກິດ-ສັງຄົມຂອງເມືອງໃນໄລຍະຜ່ານມາວ່າ: ເມືອງພູກູດມີ 2 ຈຸດສຸມ, ມີພະນັກງານ-ລັດຖະກອນທັງໝົດ 773 ຄົນ ຍິງ 371 ຄົນ, ມີ 43 ບ້ານ, ມີ 5,457 ຫຼັງຄາເຮືອນ ມີພົນລະເມືອງທັງໝົດ 27,909 ຄົນ ຍິງ 13,732 ຄົນ, ເຜົ່າລາວລຸ່ມ 56.3%, ເຜົາມົ້ງ 25%, ກຶມມຸ 18.7% ຍັງມີບ້ານທຸກຍາກ 19 ບ້ານ, ຄອບຄົວທຸກຍາກ 1,372 ຄອບຄົວ, ພາຍໃນເມືອງມີຄວາມສະຫງົບດີ ມີຄວາມສາມັກຄີແໜ້ນແຟ້ນ, ເສດຖະກິດຂະຫຍາຍຕົວ 4.5% ລວມຍອດຜະລິດຕະພັນພາຍໃນ 495.1 ຕື້ກີບ ສະເລ່ຍໄດ້ 7,795,000 ກີບຕໍ່ຄົນຕໍ່ປີ, ເມືອງໄດ້ຫັນເອົາມະຕິກອງປະຊຸມໃຫຍ່ຂອງສູນກາງ, ແຂວງ ແລະ ເມືອງເປັນບ່ອນອີງໃນການ ຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ, ການຫັນລົງກໍ່ສ້າງຮາກຖານການເມືອງ, ໄພພິບັດລະຫ່ວາງວັນທີ 21-28 ກໍລະກົດ 2025 ມີ 10 ບ້ານໄດ້ຮັບຜົນກະທົບ, ມີ 186 ຄອບຄົວ, ມີ 930 ຄົນ ຍິງ 469 ຄົນ, ເຮືອນຖືກນໍ້າຖ້ວມ ແລະ ດິນເຈື່ອນທັບຖົມ 11 ຫຼັງ ພ້ອມເຄື່ອງໃຊ້ຄົວເຮືອນເສຍຫາຍ, ໂຮງຮຽນເປ່ເພ 1 ຫຼັງ, ນ້ຳລິນ 11 ແຫ່ງ, ຊົນລະປະທານ-ຄອງເໝືອງ 4 ແຫ່ງ, ຂົວ 2 ແຫ່ງ, ເນື້ອທີ່ນາ 40 ເຮັກຕາ, ສວນສາລີ 53 ເຮັກຕາ, ໜອງປາ 19 ໜອງ, ເຮືອຈັກ 2 ລໍາ, ລົດຊິ່ງ 1 ຄັນ, ລັດລ້ຽງ, ເສັ້ນທາງເປ່ເພ, ເສົາໄຟລົ້ມ ມູນຄ່າເສຍຫາຍເບື້ອງຕົ້ນ 21 ຕື້ກ່ວາກີບ.
ໃນວັນທີ 6 ສິງຫາ ນີ້ ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ແລະ ແລກປ່ຽນທາງວິຊາການ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມລົງນາມຂອງທ່ານ ກອງແກ້ວ ໄຊສົງຄາມ ປະທານ ສວສສຊ, ທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າ ສມປຊ ແລະ ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາຮອງປະທານ, ຮອງຫົວໜ້າສະຖາບັນ, ຮອງອະທິການບໍດີ ແລະ ບັນດາແຂກທີ່ຖືກເຊີນຈາກທັງ 3 ພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.