ໃນທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາລົງທຶນປູກພືດລະດູແລ້ງ (ໝາກຖົ່ວເຫຼືອງ) ເປັນສິນຄ້າ ສົກປີ 2025-2026 ລະຫວ່າງ ຫ້ອງການ ການເງິນເມືອງ (ຕາງໜ້າອົງການປົກຄອງເມືອງ) ແລະ ບໍລິສັດ ວຽງແກ້ວ ພັດທະນາ ແລະ ສົ່ງເສີມກະສິກຳ ຂາອອກ-ຂາເຂົ້າ ຈຳກັດ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ພ້ອມດ້ວຍຫົວໜ້າຫ້ອງການ, ຕາງໜ້າບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ້າຍອາທິດຜ່ານມາ, ໜ່ວຍຮາກຖານຊາວໜຸ່ມຫ້ອງວ່າການແຂວງສາລະວັນ ໄດ້ປະກາດ 4ບຸກ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ຊັນ ໄຊຍະບັດ ເລຂາໜ່ວຍຮາກຖານຊາວໜຸ່ມຫ້ອງວ່າການແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສຸລິສັກ ໄຊປະເສີດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ພານິດ ແກ້ວພິມານ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງວ່າການແຂວງ, ພ້ອມດ້ວຍແຂກທີ່ຖືກເຊີນຈາກໜ່ວຍອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ປິດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ໄອຍະການປະຊາຊົນ, ອົງການສືບ ສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນໃນວັນທີ 20 ມີນາຜ່ານມານີ້ ທີ່ຫ້ອງວ່າການແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີທ່ານ ຄໍາແດງ ສີບຸນເຮືອງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ.
ບາງເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນ ຢູ່ເມືອງທ່າແຂກໃຫ້ຮູ້ວ່າ: ວັນທີ 21 ມີນາ 1946 ຍົນພວກລ່າເມືອງຂຶ້ນແບບເກົ່າ ໄດ້ຫວ່ານໃບປິວລົງຕົວເມືອງທ່າແຂກ ຊຶ່ງໄດ້ເລີ່ມເປີດສາກບຸກໂຈມຕີດ້ວຍກໍາລັງໄຟປືນໃຫຍ່ໜ້າດິນປະສານກັບເຮືອບິນຖິ້ມລະເບີດ ແລະ ຍິງປືນກົນກວາດລົງໃສ່ກາງເມືອງ ແລະ ຝູງຄົນໃນຕະຫຼາດ, ຍິງໃສ່ກອງບັນຊາການ, ໂຮງຮຽນປະຖົມຊາວຫວຽດນາມຕ່າງດ້າວຢ່າງຮ້າຍແຮງ ແລະ ປ່າເຖື່ອນ, ເຮັດໃຫ້ຕົວເມືອງລຸກເປັນໄຟ, ປະຊາຊົນຈໍານວນຫຼາຍຮ້ອຍຄົນເສຍຊີວິດ ແລະ ຖືກບາດເຈັບ. ພວກເຂົາຫວັງຢາກຢຶດເອົາຕົວເມືອງທ່າແຂກໃຫ້ໄດ້ກ່ອນຕາເວັນຈະຕົກ. ສະນັ້ນ, ພວກເຂົາຈຶ່ງປ້ອງກັນບໍ່ໃຫ້ທະຫານພວກເຮົາຈັດຕັ້ງຂະຫຍາຍກໍາລັງ, ຮ້ອງຂໍກຳລັງ ຢູ່ແຂວງສະຫວັນນະເຂດ ມາເພີ່ມຕື່ມ ແລະ ເຕົ້າໂຮມບັນດາປືນໃຫຍ່ ພ້ອມດ້ວຍເຮືອບິນຜັດປ່ຽນກັນໄປຖິ້ມລະເບີດ, ຍິງທໍາລາຍລົງໃສ່ຂຸມຄອງ ຂອງທະຫານເຮົາຢ່າງຮ້າຍແຮງ ເພື່ອເປີດທາງໃຫ້ທະຫານຮາບບຸກເຂົ້າ. ຮອດເວລາ 17 ໂມງ ຂອງວັນທີ 21 ມີນາ 1946 ທະຫານປິກຕ່າງໆ ຂອງສັດຕູ ໄດ້ເຄື່ອນເຂົ້າມາຕົວເມືອງໝົດ, ພວກເຮົາສັງເກດເຫັນວ່າບໍ່ສາມາດຮັກສາທ່າແຂກໄວ້ໄດ້ເພາະ “ເຫຼັກຫຼາຍກວ່າຖ່ານ” ທະຫານຂອງພວກເຮົາທັງຕ້ານ ແລະ ຖອຍໄປທາງແຄມແມ່ນໍ້າຂອງ ພ້ອມກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ, ໄມ້ທ່ອນ, ເພື່ອລອຍຂ້າມແມ່ນໍ້າຂອງໄປແຂວງນະຄອນພະນົມ (ປະເທດໄທ). ພວກສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນຈັກ ແລະ ປືນອື່ນໆຍິງໃສ່ປະຊາຊົນ ແລະ ທະຫານ ຂອງພວກເຮົາ ທີ່ພວມຂ້າມແມ່ນໍ້າຂອງຢ່າງໂຫດຮ້າຍສາມານທີ່ສຸດ, ເຮັດໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນຖືກບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ.