ວັນທີ 6 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ສະຫະພັນແມ່ຍິງແຂວງຄໍາມ່ວນ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ມາມອບໃຫ້ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ເພື່ອນຳໄປຊ່ວຍເຫລືອແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພ ນໍ້າຖ້ວມ ຢູ່ເມືອງ ຄູນຄໍາ ແລະ ເມືອງມະຫາໄຊ ຂອງແຂວງຄໍາມ່ວນ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ແມ່ນການສະໜັບສະໜູນຈາກອົງການສຶກສາພາກປະຕິບັດ ຫຼື Action Education ປະກອບມີ: ມີ່ນໍ້າດື່ມ, ປາກະປ໋ອງ ແລະ ເຂົ້າສານລວມມູນຄ່າ 90 ລ້ານກວ່າກີບ. ມອບໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຮັບໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຕາມການລາຍງານຈາກ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມຫ້ວຍຊາຍ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເນື່ອງຈາກມີຝົນຕົກໜັກເປັນເວລາຫຼາຍວັນຕິດຕໍ່ກັນໃນລະຫວ່າງ ວັນທີ່ 27-28 ກໍລະກົດ ຜ່ານມານິ້, ເຮັດໃຫ້ນໍ້າຫຼາຍສາຍຍຶ່ງໄຫຼ່ຖ້ວມເຮືອນ, ເສັ້ນທາງ, ຂົວ, ສວນປູກພືດຜັກ ແລະ ເນື້ອທີ່ທຳການຜະລິດອື່ນໆ ຂອງປະຊາຊົນເສຍຫາຍເປັນວົງກວ້າງ, ມີຫຼາຍບ້ານ, ຊຶ່ງທາງຄະນະກໍາມະການຄຸ້ມຄ້ອງໄພພິບບັດຂັ້ນເມືອງ ໄດ້ຈັດແບ່ງກັນລົງຕິດຕາມເບິ່ງຜົນເສຍຫາຍ ພ້ອມທັງຊ່ວຍເຫຼືອສຸກເສີນໃນແຕ່ລະຈຸດ ສາມາດປະເມີນຂໍ້ມູນໃນເບື້ອງຕົ້ນມີເຮືອນທີ່ຖືກຜົນກະທົບນໍ້າຖ້ວມເສຍຫາຍໜັກ ຈໍານວນ 8 ບ້ານ, ມີ 147 ຫຼັງ, ມີ 779 ຄົນ ຍິງ 315 ຄົນ, ຮ້ານອາຫານກິນດື່ມ 1 ຫຼັງ, ວັດ 1 ແຫ່ງ, ຂົວ 2 ແຫ່ງ, ຝາຍຂາດ 1 ແຫ່ງ, ເຂົ້າເປືອກ 13,581 ກິໂລ, ເຂົ້າສານ 2,650 ກິໂລ, ລົດໃຫຍ່ ກະບະ 2 ຄັນ, ລົດຈັກ 19 ຄັນ, ລົດໄຖເດິນຕາມ 2 ຄັນ, ສັດປີກ 1,496 ໂຕ, ງົວ 3 ໂຕ, ໜອງປາ, ໜອງກົບ ແລະ ເສັ້ນທາງບ້ານດອນ - ບ້ານ ດ່ານ ເຈື່ອນ 1 ຈຸດ, ໂຮງໂມ້ຫີນ, ປໍ້ານໍ້າມັນ ແລະ ອື່ນໆ. ສາມາດປະເມີນຜົນເສຍຫາຍໃນເບື້ອງຕົ້ນທັງໝົດ: 1,459,064,000 ກີບ.
ໃນວັນທີ່ 5 ສີງຫາຜ່ານມານີ້, ຄະນະຮັບຜິດຊອບຂັ້ນສູນກາງ ແລະ ແຂວງຫຼວງພະບາງ ໄດ້ເຄື່ອນໄຫວຢ້ຽມຢາມ ສູນຮັກສາພັນສັດປ່າ ບ້ານໜອງໂຕກ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ຊຶ່ງເປັນສູນທີ່ຮັບເອົາສັດທີ່ໄດ້ຈາກ ການຍຶດດ້ວຍການຊື້ຂາຍແບບຜິດກົດໝາຍ ແລະ ສັດທີ່ເຈົ້າຂອງມອບໃຫ້ດ້ວຍຄວາມສະໝັກໃຈ. ຈາກນັ້ນ, ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ໂຄງການອານຸລັກໝີລາວ ໄລຍະ IV ແລະ ສູນຮັກສາພັນສັດປ່າ ແຂວງຫຼວງພະບາງ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍເປັນປະທານຂອງ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ.
65 ປີຜ່ານມາ, ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ
ວສລ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1960 ທີ່ເມືອງວຽງໄຊ ແຂວງຫົວພັນ ເຂດປົດປ່ອຍພາກເໜືອຂອງລາວມີຊື່ເອີ້ນວ່າ: ວິທະຍຸກະຈາຍສຽງຝ່າຍປະເທດລາວ ຊຶ່ງກໍາເນີດເກີດຂຶ້ນແມ່ນໃນທ່າມກາງແປວໄຟແຫ່ງສົງຄາມທີ່ດຸເດືອດຂ້ຽວຂາດທີ່ສຸດ, ຫຍຸ້ງຍາກຂາດເຂີນວັດຖຸອຸປະກອນ ແລະ ບຸກຄະລາກອນທີ່ສຸດ. ມາຮອດປັດຈຸບັນໄດ້ປ່ຽນຊື່ມາເປັນ “ວິທະຍຸກະຈາຍສຽງແຫ່ງຊາດລາວ” ໂດຍໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບໄດ້ຮັບການພັດທະນາຢ່າງວ່ອງໄວທັນສະໄໝສາມາດດຶງດູດຜູ້ຟັງໄດ້ເປັນຢ່າງດີ.