ເວທີປຶກສາຫາລຶການເງິນພາກໃຕ້ທົ່ວໂລກປີ 2026 ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ເວທີປຶກສາຫາລຶການເງິນພາກໃຕ້ທົ່ວໂລກປີ 2026 ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ເວທີປຶກສາຫາລືການເງິນພາກໃຕ້ທົ່ວໂລກປີ 2026 ກຳນົດຈະຈັດຂຶ້ນໃນວັນທີ 25 ຫາ 26 ມີນາ ນີ້ທີ່ນະຄອນຫຼວງປັກກິ່ງ. ເວທີປຶກສາຫາລືໃນປີນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: "ສ່ອງແສງສະຫວ່າງພາກໃຕ້ທົ່ວໂລກ" ໂດຍສຸມໃສ່ຫົວຂໍ້ຫຼັກຄື"ນຳພາສະພາບຄ່ອງຂອງເງິນທຶນສີຂຽວສາກົນ" ຊຶ່ງຈະເຕົ້າໂຮມເອົາຜູ້ນຳຂອງສະຖາບັນການເງິນ, ຜູ້ຊ່ຽວຊານ ແລະ ຜູ້ນຳອຸດສາຫະກຳຈາກທັງຈີນ ແລະ ຕ່າງປະເທດ ມາຮ່ວມກັນເພື່ອຄົ້ນຫາຮູບແບບການພັດທະນາທາງດ້ານການເງິນທີ່ສອດຄ່ອງກັບຄວາມຕ້ອງການຂອງພາກໃຕ້ທົ່ວໂລກ ຊຶ່ງເປັນການສ້າງແຮງພັກດັນໃໝ່ເຂົ້າໃນສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງທາງເສດຖະກິດໂລກ.
​ໂລກບໍ່ຄວນກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍຈາກແປວ​ໄຟ​ສົງ​ຄາມທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ

​ໂລກບໍ່ຄວນກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍຈາກແປວ​ໄຟ​ສົງ​ຄາມທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ

ຫວ່າງມໍ່ໆມານີ້, ການປະທະກັນລະຫວ່າງອາເມຣິກາ, ອິສຣາແອນ ແລະ ອີຣານ ໄດ້ຮຸນແຮງຂຶ້ນ, ເຮັດໃຫ້ທ່າກໍາປັ່ນຢຸດຕິໃຫ້ການບໍລິການ, ກໍາປັ່ນຂົນສົ່ງນໍ້າມັນຈໍາເປັນຕ້ອງປ່ຽນເສັ້ນທາງການຂົນສົ່ງ ແລະ ລາຄາຂົນສົ່ງເພີ່ມຂຶ້ນຢ່າງຫຼວງຫຼາຍ. ການປະທັນກັນທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງຄັ້ງນີ້ພວມກັດເຊາະ ຫຼື ທໍາລາຍຂອບເຂດດ້ານພູມສາດຢ່າງວ່ອງໄວ, ເຮັດໃຫ້ແຕ່ລະປະເທດ ກໍຄື ແຕ່ລະຄອບຄົວລ້ວນແຕ່ກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍຈາກຕົ້ນທຶນຂອງສົງຄາມ, ໃນທີ່ສຸດກໍກາຍເປັນຕົ້ນທຶນຊີວິດການເປັນຢູ່ຂອງສາມັນຊົນ.
ສູນກາງແນວລາວສ້າງຊາດ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ

ສູນກາງແນວລາວສ້າງຊາດ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ

ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານຂັ້ນສູງຂອງ ສູນກາງແນວລາວສ້າງຊາດ ຈັດຂຶ້ນໃນວັນທີ 20 ມີນາ ຜ່ານມາ ຢູ່ສູນກາງແນວລາວສ້າງຊາດ (ສນຊ) ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາສະຫາຍກຳມະການສູນກາງພັກ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ, ຄະນະທີ່ປຶກສາວຽກງານຂອງສູນກາງແນວລາວສ້າງຊາດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ລັດຖະກອນ ສນຊ ເຂົ້າຮ່ວມ.
ເມືອງແກ່ນທ້າວ ເຊັນສັນຍາລົງທຶນປູກໝາກຖົ່ວເຫຼືອງສົ່ງອອກ ເນື້ອທີ່ 70 ເຮັກຕາກວ່າ

ເມືອງແກ່ນທ້າວ ເຊັນສັນຍາລົງທຶນປູກໝາກຖົ່ວເຫຼືອງສົ່ງອອກ ເນື້ອທີ່ 70 ເຮັກຕາກວ່າ

ໃນທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາລົງທຶນປູກພືດລະດູແລ້ງ (ໝາກຖົ່ວເຫຼືອງ) ເປັນສິນຄ້າ ສົກປີ 2025-2026 ລະຫວ່າງ ຫ້ອງການ ການເງິນເມືອງ (ຕາງໜ້າອົງການປົກຄອງເມືອງ) ແລະ ບໍລິສັດ ວຽງແກ້ວ ພັດທະນາ ແລະ ສົ່ງເສີມກະສິກຳ ຂາອອກ-ຂາເຂົ້າ ຈຳກັດ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ພ້ອມດ້ວຍຫົວໜ້າຫ້ອງການ, ຕາງໜ້າບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍຮາກຖານຊາວໜຸ່ມຫ້ອງວ່າການແຂວງ ປະກາດເປັນໜ່ວຍ 4 ບຸກ ປະຈໍາປີ 2025

ໜ່ວຍຮາກຖານຊາວໜຸ່ມຫ້ອງວ່າການແຂວງ ປະກາດເປັນໜ່ວຍ 4 ບຸກ ປະຈໍາປີ 2025

ທ້າຍອາທິດຜ່ານມາ, ໜ່ວຍຮາກຖານຊາວໜຸ່ມຫ້ອງວ່າການແຂວງສາລະວັນ ໄດ້ປະກາດ 4ບຸກ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ຊັນ ໄຊຍະບັດ ເລຂາໜ່ວຍຮາກຖານຊາວໜຸ່ມຫ້ອງວ່າການແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສຸລິສັກ ໄຊປະເສີດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ພານິດ ແກ້ວພິມານ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງວ່າການແຂວງ, ພ້ອມດ້ວຍແຂກທີ່ຖືກເຊີນຈາກໜ່ວຍອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ເພີ່ມເຕີມ