ສກລ ອວຍພອນວັນສ້າງຕັ້ງ ໜັງສືພິມປະຊາຊົນ ຄົບຮອບ 75 ປີ

ສກລ ອວຍພອນວັນສ້າງຕັ້ງ ໜັງສືພິມປະຊາຊົນ ຄົບຮອບ 75 ປີ

ໃນຕອນບ່າຍວັນທີ 11 ສິງຫານີ້ ທີ່ ສຳນັກງານໜັງສືພິມ ປະຊາຊົນ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ພອນປະເສີດ ກິ່ງວົງສາ ຫົວໜ້າກົມຂ່າວສານ ສູນກາງກຳມະບານລາວ (ສກລ) ພ້ອມຄະນະ ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນໜັງສືພິມ ປະຊາຊົນ ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ແລະ ວັນສ້າງຕັ້ງໜັງສືພິມ ປະຊາຊົນ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025).
ປະກາດແຕ່ງຕັ້ງວ່າການຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າຜູ້ໃໝ່

ປະກາດແຕ່ງຕັ້ງວ່າການຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າຜູ້ໃໝ່

ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງວ່າການຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າຜູ້ໃໝ່ ຈັດຂຶ້ນໃນວັນທີ 11 ສິງຫານີ້ ທີ່ຫ້ອງການດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີເລຂາພັກເມືອງໂພນທອງ, ພະແນກການຂອງແຂວງ, ຂະແໜງການອ້ອມຂ້າງດ່ານເຂົ້າຮ່ວມ.
ຂະບວນແຂ່ງຂັນແລ່ນສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ

ຂະບວນແຂ່ງຂັນແລ່ນສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ

ໃນຕອນເຊົ້າວັນທີ 10 ສິງຫານີ້ ທີ່ເດີ່ນທາດຫຼວງໜ້າສະພາແຫ່ງຊາດ ໄດ້ມີກິດຈະກໍາຂະບວນແຂ່ງຂັນກິລາແລ່ນມິນິມາລາທອນ (Mini Marathon) 10 ກິໂລແມັດ ແລະ ແລ່ນເພື່ອສຸຂະພາບ 5 ກິໂລແມັດ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ລະດົມທຶນຊ່ວຍເຫຼືອຜູ້ປະສົບອຸທົກກະໄພຈາກພາຍຸວິພາ ໂດຍມີບັນດາການນຳຈາກສະພາແຫ່ງຊາດ, ກະຊວງ, ອົງການ, ທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ພ້ອມດ້ວຍມວນຊົນພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ສສຍລ ກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ສສຍລ ກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ກອງປະຊຸມວິຊາການ ເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ ນີ້ ທີ່ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໃຫ້ກຽດເຂົ້າຮ່ວມມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ນະຄອນຫຼວງວຽງຈັນ, ກະຊວງ, ອົງການ, ສະມາຄົມນັກທຸລະກິດແມ່ຍິງລາວ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ

ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ

ວັນທີ 11 ສິງຫານີ້, ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໄດ້ຈັດກອງປະຊຸມເສວະ​ນາ​ໃນ​ຫົວ​ຂໍ້: ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນພາຍໃຕ້ການເປັນປະທານຂອງທ່ານ ບົວໄລ ພານຸວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີອະດີດຮອງລັດຖະມົນຕີພ້ອມດ້ວຍຫົວ​ໜ້າ​ກົມ, ຮອງ​ກົມ, ​ແຂກ​ຮັບເຊີນ, ຜູ້​ອຳ​ນວຍ​ການ​ວິ​ທະ​ຍຸທ້ອງຖິ່ນໃນທົ່ວປະເທດ ແລະ ນັກ​ຂ່າວ​ຈາກ​ບັນ​ດາ​ແຂວງ ແລະ​ ນະ​ຄອນຫຼວງ​ວຽງຈັນເຂົ້າຮ່ວມ.
ເພີ່ມເຕີມ