ໃນຕອນເຊົ້າວັນທີ 24 ມີນາ ນີ້ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ, ຫ້ອງວ່າການສູນກາງພັກ(ຫສພ) ນຳໂດຍ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ນຳພາຄະນະພັກ, ພະນັກງານນຳພາຫຼັກແຫຼ່ງທົ່ວຫ້ອງວ່າການສູນກາງພັກ ນຳເອົາກະຕ່າດອກໄມ້ ໄປວາງຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດລະນຶກວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ (24 ມີນາ 1955 – 24 ມີນາ 2026) ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ. ຜູ້ຈັດຕັ້ງນຳພາພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດພວກເຮົາ ຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ. ສ້າງປະຖົມປັດໃຈກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
ກອງປະຊຸມຄະນະກໍາມະການປົກຄອງແຂວງເຊກອງ ຄັ້ງທີ 2 ສະໄໝທີ XI (ປະຈໍາໄຕມາດ I) ແລະວາງທິດທາງແຜນການປະຈໍາໄຕມາດ II ຂຶ້ນໃນວັນທີ 24 ມີນານີ້ ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງທ່ານ ຂັນຕີ ສີລະວົງສາ ປະທານຄະນະກໍາມະການປົກຄອງແຂວງເຊກອງ, ມີຄະນະກໍາມະການປົກຄອງເມືອງ, ບັນດາຫົວໜ້າພະແນກການ, ອົງການທຽບເທົ່າ, ລັດວິສາຫະກິດ ອ້ອມຂ້າງແຂວງເຂົ້າຮ່ວມ.
ວັນທີ 23 ມີນາ ນີ້, ສູນກາງສະຫະພັນກໍາມະບານລາວ ໄດ້ຈັດພິທີມອບ-ຮັບ ການຈັດຕັ້ງພະນັກງານການນຳຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 23 ມີນານີ້, ທ່ານ ສີຈັນ ລໍທອງໂຫຼຍ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງຢູ່ພາຍໃນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໂດຍມີອົງການຈັດຕັ້ງບ້ານ, ປະຊາຊົນ ແລະ ບັນດາບໍລິສັດ ເຂົ້າຮ່ວມ.