ວັນທີ 23 ມີນາ ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນນາມຮອງປະທານຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ໄດ້ລົງພື້ນທີ່ຕິດຕາມ ແລະ ຊີ້ນຳການຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ໃນວັນທີ 22 ມີນາ ຜ່ານມາ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຢ່າງຮີບດ່ວນ.
ໃນຕອນເຊົ້າວັນທີ 24 ມີນາ ນີ້ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ, ຫ້ອງວ່າການສູນກາງພັກ(ຫສພ) ນຳໂດຍ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ນຳພາຄະນະພັກ, ພະນັກງານນຳພາຫຼັກແຫຼ່ງທົ່ວຫ້ອງວ່າການສູນກາງພັກ ນຳເອົາກະຕ່າດອກໄມ້ ໄປວາງຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດລະນຶກວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ (24 ມີນາ 1955 – 24 ມີນາ 2026) ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ. ຜູ້ຈັດຕັ້ງນຳພາພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດພວກເຮົາ ຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ. ສ້າງປະຖົມປັດໃຈກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
ກອງປະຊຸມຄະນະກໍາມະການປົກຄອງແຂວງເຊກອງ ຄັ້ງທີ 2 ສະໄໝທີ XI (ປະຈໍາໄຕມາດ I) ແລະວາງທິດທາງແຜນການປະຈໍາໄຕມາດ II ຂຶ້ນໃນວັນທີ 24 ມີນານີ້ ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງທ່ານ ຂັນຕີ ສີລະວົງສາ ປະທານຄະນະກໍາມະການປົກຄອງແຂວງເຊກອງ, ມີຄະນະກໍາມະການປົກຄອງເມືອງ, ບັນດາຫົວໜ້າພະແນກການ, ອົງການທຽບເທົ່າ, ລັດວິສາຫະກິດ ອ້ອມຂ້າງແຂວງເຂົ້າຮ່ວມ.
ວັນທີ 23 ມີນາ ນີ້, ສູນກາງສະຫະພັນກໍາມະບານລາວ ໄດ້ຈັດພິທີມອບ-ຮັບ ການຈັດຕັ້ງພະນັກງານການນຳຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.