
ບໍລິສັດ ຝຸ່ນໂປຕາສ ປະກອບສ່ວນຊຸກຍູ້ ແຂວງຄໍາມ່ວນ 700 ລ້ານກວ່າກີບ
ວັນທີ 19 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ໄດ້ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ 408 ລ້ານກີບ ແລະ ຊ່ວຍເຫຼືອເຂົ້າໃນວຽກງານໄພພິບັດ ນໍ້າຖ້ວມ ມູນຄ່າ 300 ລ້ານກີບ. ໃນນີ້, ເງິດສົດ ແລະ ເຄື່ອງອຸປະໂພກ ປະກອບມີ: ເຂົ້າສານ 2 ໂຕ່ນ, ໝີ່ 10 ແກັດໃຫຍ່, ປາກະປ໋ອງ 10 ແກັດ ແລະ ນໍ້າດື່ມ 100 ແພັກ ລວມມູນຄ່າທັງໝົດ 708 ລ້ານກີບ, ຕາງໜ້າມອບໂດຍທ່ານ ເຈິ່ງ ໂຢວເຢ່ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ແລະ ຕາງໜ້າຮັບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ.