ໃນວັນທີ 20 ສິງຫາຜ່ານມາ, ທີ່ຫ້ອງປະຊຸມ ສະຖານີວິທະຍຸ-ໂທລະພາບແຂວງຫຼວງພະບາງ, ທ່ານ ນາງ ວຽນວິໄລ ດີລະພັນ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ພົບປະໂອ້ລົມ ພະນັກງານ ຂະແໜງຖະແຫຼງຂ່າວ ແລະ ກອງວິຊາການ ສະຖານີວິທະຍຸ-ໂທລະພາບແຂວງ, ພາຍຫຼັງທີ່ໄດ້ໂຮມການຈັດຕັ້ງ ແລະ ວຽກງານສື່ມວນຊົນຂຶ້ນກັບຄະນະໂຄສະນາອົບຮົມແຂວງ.
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 34 ປີ (15/8/1991-15/8/2025), ວັນຢຶດອໍານາດທົ່ວປະເທດ ຄົບຮອບ 80 ປີ (23/8/1945-23/8/2025) ແລະ ຄົບຮອບ 50 ປີ (23/8/1975-23/8/2025) ຂຶ້ນໃນວັນທີ 21 ສິງຫານີ້ ທີ່ ຄອສພ ໂດຍໃຫ້ກຽດປະຖາກະຖາໃນຄັ້ງນີ້ໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ, ທ່ານ ຄໍາມອນ ຈັນທະຈິດ ກໍາມະການຄະນະພັກ ຮອງຫົວໜ້າ ຄອສພ ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາຮອງຫົວໜ້າ ຄສອພ, ມີບັນດາຄະນະກົມ-ຮອງກົມ, ພະນັກງານ-ລັດຖະກອນ ອ້ອມຂ້າງ ຄອສພ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ວັນທີ 20 ສິງຫານີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ ສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ໄດ້ຈັດກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ຢູ່ທີ່ສະໂມສອນແຂວງສາລະວັນ, ໂດຍການເຂົ້າຮ່ວມຂອງທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງສາລະວັນ.
ໃນວັນທີ 20 ສິງຫານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ, ອອກພັກການ ຮັບອຸດໜູນບໍານານ ແລະ ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີພະນັກງານການນໍາແຂວງ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມ.