ໃນວັນທີ 24 ມີນານີ້,, ເຈົ້າໜ້າທີ່ກວດກາການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ສົມທົບກັບຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງລະມາມ ແລະ ເມືອງທ່າແຕງ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຈໍາໜ່າຍນໍ້າມັນເຊື້ອໄຟ ໂດຍບໍ່ຜ່ານປໍ້າ-ບໍ່ຜ່ານຫົວຈ່າຍນໍ້າມັນ.
ທະນາຄານແຫ່ງ ສປປ ລາວ ປະຈໍາພາກໃຕ້ (ທຫລ.ພຕ) ຈັດກອງປະຊຸມສະຫຼຸບຕີລາຄາວຽກງານຄຸ້ມຄອງເງິນຕາຕ່າງປະເທດຢູ່ແຂວງເຊກອງ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂຶ້ນໃນວັນທີ 24 ມີນານີ້ ທີ່ຫ້ອງປະຊຸມທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງເຊກອງ ໂດຍການເປັນປະທານຂອງ ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ຄອນສະຫວັນ ສິງສະຫວັນ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ປະຈໍາພາກໃຕ້ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກການເງິນແຂວງວຽງຈັນ ໄດ້ລາຍງານ ການຈັດຕັ້ງປະຕິບັດວຽກງານຂອງພະແນກການເງິນ ແຂວງວຽງຈັນ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຕໍ່ກອງປະຊຸມ ສະຫຼຸບວຽກງານຂອງພະແນກການເງິນແຂວງວຽງຈັນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ທີ່ໄຂຂຶ້ນ ໃນວັນທີ 24 ມີນາ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງວຽງຄຳ ແຂວງວຽງຈັນ ບາງຕອນວ່າ: ການເກັບລາຍຮັບງົບປະມານ ປີ 2025 ແຂວງວຽງຈັນ ສາມາດປະຕິບັດໄດ້ 1,352.60 ຕື້ກີບ, ລື່ນແຜນການ 21.59% ຂອງແຜນການ (ແຜນການ 1,112.45 ຕື້ກີບ).
ວັນທີ 24 ມີນານີ້, ຄະນະພັກເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ວາງກະຕ່າດອກໄມ້ຢູ່ທີອານຸສອນສະຖານ ປະທານໄກສອນພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (ວັນທີ 22 ມີນາ 1955- 22 ມີນາ 2026), ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946 -21 ມີນາ 2026). ຈາກນັນ, ກໍໄດ້ຈັດ ປາຖະກາຖາ 2 ວັນດັ່ງກ່າວຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍໃຫ້ກຽດປະຖະກາຖາ ໂດຍ ສະຫາຍ ບຸນພະລັງ ວິໄລສັກ ກໍາມະການພັກແຂວງ ເລຂາພັກເມືອງບໍ່ແຕນ ຊອ່ງໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການນໍາພາ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ຊຶ່ງໄດ້ຍົກໃຫ້ເຫັນຕົ້ນກໍາເນີດ, ທາດແທ້ ແລະ ອຸດົມການຂອງພັກ.