ກອງປະຊຸມຄົ້ນຄວ້າແກ້ໄຂຜົນກະທົບຕໍ່ຄອບຄົວຜູ້ປະສົບໄພພິບັດ ໃນ 17 ບ້ານຂອງສອງເມືອງ (ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ) ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້ ທີ່ຫ້ອງວ່າການນະຄອອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານເມືອງບໍ່ແຕນ ແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ VII ໄດ້ໄຂຂຶ້ນໃນວັນທີ 26 ມີນານີ, ໂດຍເປັນປະທານຂອງ ສະຫາຍ ນາງ ເສີຍ ວິໄລທອງ ກຳມະການພັກເມືອງ ຄະນະບໍລິຫານງານສະພັນກຳມະນານແຂວງ ປະທານສະຫະພັນກຳມະບານເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກເມືອງ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ໃນທົ່ວເມືອງເຂົ້າຮ່ວມ.
ໃນວັນທີ 26 ມີນາ ນີ້ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ (ຄກສພ-ອກຫລ ) ໄດ້ຈັດພິທີປະກາດການຍົກຍ້າຍ ແລະ ອອກພັກການ-ຮັບອຸດໜູນບໍານານຂອງພະນັກງານນຳພາ-ຄຸ້ມຄອງ ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ; ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຕະຫຼອດຮອດພະນັກງານ-ລັດຖະກອນທົ່ວອົງການເຂົ້າຮ່ວມ.
ໃນວັນທີ 25 ມີນາ ນີ້, ກະຊວງການຕ່າງປະເທດ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ມະຕິຂອງລັດຖະບານ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ພ້ອມຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ; ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ ແລະ ມູນເຊື້ອການກຳເນີດ ແລະ ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຄົບຮອບ 70 ປີ