ວກປສ ສະຫຼອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ

ວກປສ ສະຫຼອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ

ວິທະຍາຄານການເມືອງປ້ອງການຄວາມສະຫງົບ (ວກປສ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ໃນວັນທີ 8 ເມສານີ້, ທ່ານ ພົຈວ ສຸກນິລັນດອນ ກຸນລະວົງ ຄະນະພັກກະຊວງ ຫົວໜ້າອໍານວຍການວິທະຍາຄານການເມືອງ ປກສ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ, ພະນັກງານຫຼັກແຫຼ່ງ, ນັກສຶກສາ, ນາຍ ແລະ ພົນຕໍາຫຼວດເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼ່ໍປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ ແລະ ຄວາມກະຕັນຍູຮູ້ບຸນຄຸນ, ສະດຸດີຕໍ່ຄຸນງາມຄວາມດີຂອງທ່ານ ທີ່ໄດ້ອຸທິດຕະຫຼອດຊີວິດ ເພື່ອພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ອິດສະຫຼະພາບມາໃຫ້ປະຊາຊົນລາວ ທັງເປັນຜູ້ໃຫ້ກຳເນີດ, ເອົາໃຈໃສ່ສຶກສາອົບຮົມ, ຖະນຸບຳລຸງ ຝຶກຝົນຫຼ່ໍຫຼອມກໍາລັງ ປກສ ປະຊາຊົນລາວໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຕະຫຼອດມາ.
ເປີດນຳໃຊ້ໂຮງງານຜະລິດນໍ້າປະປາທາດຂາວ

ເປີດນຳໃຊ້ໂຮງງານຜະລິດນໍ້າປະປາທາດຂາວ

ພິທີເປີດນໍາໃຊ້ໂຮງງານຜະລິດນໍ້າປະປາ ຂອງໂຄງການກໍ່ສ້າງໂຮງງານຜະລິດນໍ້າປະປາບ້ານທາດຂາວ ເພື່ອສະໜອງນໍ້າປະປາໃຫ້ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 7 ເມສາຜ່ານມາ ທີ່ສະຖານີດູດນໍ້າດອນຈັນ ບ້ານທາດຂາວ ເມືອງສີສັດຕະນາກ ນວ, ມີທ່ານ ບຸນຍະວັດ ນີຣະໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮສສ ປາຖະກະຖາວັນສ້າງຕັ້ງກຳລັງ ປກສ ຄົບຮອບ 65 ປີ

ຮສສ ປາຖະກະຖາວັນສ້າງຕັ້ງກຳລັງ ປກສ ຄົບຮອບ 65 ປີ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີປາຖະກະຖາເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 65 ປີ ໃນວັນທີ 7 ເມສາ ຜ່ານມາ ໂດຍການປາຖະກະຖາຂອງ ທ່ານ ພົຕ ບຸນມີ ແສງຄຳຢອງ ອະດີດຄະນະປະຈຳພັກກະຊວງ ອະດີດຜູ້ຊ່ວຍລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງສັນຕິບານ ກະຊວງ ປກສ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ສະຖາບັນເລືອດຈະສືບ​ຕໍ່​​ປຸກລະດົມບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈເພີ່ມຂຶ້ນ

ສະຖາບັນເລືອດຈະສືບ​ຕໍ່​​ປຸກລະດົມບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈເພີ່ມຂຶ້ນ

ທ່ານ ຈັນທະລາ ສຸກສາຄອນ ອະດີດຫົວໜ້າສະຖາບັນເລືອດແຫ່ງຊາດ (ປັດຈຸບັນເປັນຮອງປະທານອົງການກາແດງແຫ່ງຊາດລາວ), ໄດ້ລາຍງານໃນກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດໂຄງ ການ 2025 ແລະ ແຜນການໄລຍະຕົ້ນປີ 2026 ກ່ຽວກັບ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ” ວ່າ: ໃນປີ 2025, ໄດ້ຮັບເລືອດທັງໝົດ 72,452 ຖົງ, ກວມເອົາ 90% ຂອງເປົ້າໝາຍປະຈໍາປີ 80,400 ຖົງ, ການຮັບບໍລິຈາກເລືອດຢູ່ສູນກາງແມ່ນລື່ນຄາດໝາຍ, ແຕ່ຢູ່ຂັ້ນທ້ອງຖິ່ນແມ່ນຫຼຸດຄາດໝາຍທີ່ວາງໄວ້. ໃນນັ້ນ 33,603 ຖົງ (46%) ແມ່ນບໍລິຈາກເລືອດແບບສະໝັກໃຈ ແລະ ອີກຈໍານວນ 38,849 ຖົງ (54%) ແມ່ນບໍລິຈາກເລືອດຈາກສະມາຊິກຄອບຄົວ ຂອງຄົນເຈັບ ຊຶ່ງຈໍານວນ​ເລືອດທັງໝົດ​ທີ່​ໄດ້​ມາເຫັນວ່າ: ການ​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈ​ຍັງ​ຕ່ຳ​ກວ່າ​ເປົ້າ​ໝາຍ​ແຫ່ງ​ຊາດ 70%, ດັ່ງນັ້ນ ຈຶ່ງໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການ​ສືບ​ຕໍ່​ສູ້ຊົນ ​ແລະ ​ເພີ່ມ​ທະວີ​ການ​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈໃຫ້ເພີ່ມຂຶ້ນ​ໃນ​ທົ່ວ​ປະ​ເທດ.
ແຈ້ງເຕືອນ ສະພາບຝຸ່ນ PM 2.5 ສູງເກີນມາດຕະຖານໃນຫຼາຍທ້ອງຖິ່ນ

ແຈ້ງເຕືອນ ສະພາບຝຸ່ນ PM 2.5 ສູງເກີນມາດຕະຖານໃນຫຼາຍທ້ອງຖິ່ນ

ໃນວັນທີ 7 ເມສານີ້, ທ່ານນາງ ພັກກາວັນ ພິດສະໄໝ ຫົວໜ້າກົມສິ່ງແວດລ້ອມ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບວິກິດການມົນລະພິດທາງອາກາດ(PM2.5) ທີ່ກຳລັງສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໃນທົ່ວປະເທດ ຄ່າ PM2.5 ສະເລ່ຍຢູ່ລະຫວ່າງ 93-159 µg/m³ ຊຶ່ງສູງກວ່າຄ່າມາດຕະຖານແຫ່ງຊາດ ແລະ ຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ.
ບົດສັນລະເສີນ ຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ກ່າວໃນງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (ນະຄອນຫຼວງວຽງຈັນ, ວັນທີ 8 ກຸມພາ 2024)

ບົດສັນລະເສີນ ຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ກ່າວໃນງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (ນະຄອນຫຼວງວຽງຈັນ, ວັນທີ 8 ກຸມພາ 2024)

ເພີ່ມເຕີມ