ພິທີເປີດນໍາໃຊ້ໂຮງງານຜະລິດນໍ້າປະປາ ຂອງໂຄງການກໍ່ສ້າງໂຮງງານຜະລິດນໍ້າປະປາບ້ານທາດຂາວ ເພື່ອສະໜອງນໍ້າປະປາໃຫ້ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 7 ເມສາຜ່ານມາ ທີ່ສະຖານີດູດນໍ້າດອນຈັນ ບ້ານທາດຂາວ ເມືອງສີສັດຕະນາກ ນວ, ມີທ່ານ ບຸນຍະວັດ ນີຣະໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີປາຖະກະຖາເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 65 ປີ ໃນວັນທີ 7 ເມສາ ຜ່ານມາ ໂດຍການປາຖະກະຖາຂອງ ທ່ານ ພົຕ ບຸນມີ ແສງຄຳຢອງ ອະດີດຄະນະປະຈຳພັກກະຊວງ ອະດີດຜູ້ຊ່ວຍລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງສັນຕິບານ ກະຊວງ ປກສ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທະລາ ສຸກສາຄອນ ອະດີດຫົວໜ້າສະຖາບັນເລືອດແຫ່ງຊາດ (ປັດຈຸບັນເປັນຮອງປະທານອົງການກາແດງແຫ່ງຊາດລາວ), ໄດ້ລາຍງານໃນກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດໂຄງ ການ 2025 ແລະ ແຜນການໄລຍະຕົ້ນປີ 2026 ກ່ຽວກັບ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ” ວ່າ: ໃນປີ 2025, ໄດ້ຮັບເລືອດທັງໝົດ 72,452 ຖົງ, ກວມເອົາ 90% ຂອງເປົ້າໝາຍປະຈໍາປີ 80,400 ຖົງ, ການຮັບບໍລິຈາກເລືອດຢູ່ສູນກາງແມ່ນລື່ນຄາດໝາຍ, ແຕ່ຢູ່ຂັ້ນທ້ອງຖິ່ນແມ່ນຫຼຸດຄາດໝາຍທີ່ວາງໄວ້. ໃນນັ້ນ 33,603 ຖົງ (46%) ແມ່ນບໍລິຈາກເລືອດແບບສະໝັກໃຈ ແລະ ອີກຈໍານວນ 38,849 ຖົງ (54%) ແມ່ນບໍລິຈາກເລືອດຈາກສະມາຊິກຄອບຄົວ ຂອງຄົນເຈັບ ຊຶ່ງຈໍານວນເລືອດທັງໝົດທີ່ໄດ້ມາເຫັນວ່າ: ການບໍລິຈາກເລືອດດ້ວຍຄວາມສະໝັກໃຈຍັງຕ່ຳກວ່າເປົ້າໝາຍແຫ່ງຊາດ 70%, ດັ່ງນັ້ນ ຈຶ່ງໄດ້ເນັ້ນໜັກເຖິງຄວາມຕ້ອງການສືບຕໍ່ສູ້ຊົນ ແລະ ເພີ່ມທະວີການບໍລິຈາກເລືອດດ້ວຍຄວາມສະໝັກໃຈໃຫ້ເພີ່ມຂຶ້ນໃນທົ່ວປະເທດ.
ໃນວັນທີ 7 ເມສານີ້, ທ່ານນາງ ພັກກາວັນ ພິດສະໄໝ ຫົວໜ້າກົມສິ່ງແວດລ້ອມ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບວິກິດການມົນລະພິດທາງອາກາດ(PM2.5) ທີ່ກຳລັງສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໃນທົ່ວປະເທດ ຄ່າ PM2.5 ສະເລ່ຍຢູ່ລະຫວ່າງ 93-159 µg/m³ ຊຶ່ງສູງກວ່າຄ່າມາດຕະຖານແຫ່ງຊາດ ແລະ ຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ.