ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຖະແຫຼງຂ່າວໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 65 ປີ ວ່າ: ວັນທີ 5 ເມສາ 1961 ແມ່ນວັນສ້າງຕັ້ງກໍາລັງ ປກສ ຊຶ່ງມາຮອດປີ 2026 ນີ້ ພໍດີຄົບຮອບ 65 ປີ ແຫ່ງການສ້າງຕັ້ງກໍາລັງ ປກສ ປະຊາຊົນ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ກໍ່ຕັ້ງ-ນໍາພາຕາມຫຼັກການເດັດຂາດ, ໂດຍກົງ ແລະ ຮອບດ້ານ, ເປັນກໍາລັງປະກອບອາວຸດປະຕິວັດທີ່ແຫຼມຄົມຂອງພັກ, ມີຄວາມຈົງຮັກພັກດີ ແລະ ສັດຊື່ບໍລິສຸດຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ທັງແມ່ນກໍາລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.
ໃນວັນທີ 5 ເມສາ ຜ່ານມາ, ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມຄະນະໄດ້ຕ້ອນຮັບການເຂົ້າພົບປະ ແລະ ອວຍພອນຂອງທ່ານ ວໍ ຈ໋ອງ ຮາຍ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງເຫງະອານ ສສ ຫວຽດນາມ ພ້ອມຄະນະ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 65 ປີ (5 ເມສາ 1961- 5 ເມສາ 2026) ແລະ ວັນບຸນປີໃໝ່ລາວທີ່ໃກ້ຈະມາເຖິງໃນມໍ່ໆນີ້.
...................................
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີປະກາດແຕ່ງຕັ້ງທ່ານ ຄຳໄຊ ເຊ່ຍຢິ້ງຢ່າງ ເປັນຮອງລັດຖະມົນຕີກະຊວງ ຮສສ ໃນວັນທີ 3 ເມສາຜ່ານມາ ທີ່ກະຊວງດັ່ງກ່າວ, ໂດຍການເປັນປະ
ທານຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ຮສສ; ມີບັນດາຮອງລັດຖະມົນຕີ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ພິທີເປີດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງປະຈຳປີ 2026 ພາຍໃຕ້ ຄໍາຂວັນ ດື່ມຢ່າງມີສະຕິ ເມົາບໍ່ຂັບລົດ ຈັດຂຶ້ນໃນວັນທີ 4 ເມສາ ຜ່ານມາ ທີ່ສວນປະຕູໄຊ ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສີລິລາດ ທົງສິນທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ (ນວ), ມີຮອງລັດຖະມົນຕີ, ບັນດາການນໍາທຸກຂັ້ນທັງສູນກາງ ແລະ ອົງການປົກຄອງ ນວ, ພາກທຸລະກິດທີ່ກ່ຽວຂ້ອງ, ນັກຮຽນ-ນັກສຶກສາ, ສື່ມວນຊົນເຂົ້າຮ່ວມ.