ກະຊວງ ຮສສ ປະກາດແຕ່ງຕັ້ງຮອງລັດຖະມົນຕີ

ກະຊວງ ຮສສ ປະກາດແຕ່ງຕັ້ງຮອງລັດຖະມົນຕີ

................................... ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີປະກາດແຕ່ງຕັ້ງທ່ານ ຄຳໄຊ ເຊ່ຍຢິ້ງຢ່າງ ເປັນຮອງລັດຖະມົນຕີກະຊວງ ຮສສ ໃນວັນທີ 3 ເມສາຜ່ານມາ ທີ່ກະຊວງດັ່ງກ່າວ, ໂດຍການເປັນປະ ທານຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ຮສສ; ມີບັນດາຮອງລັດຖະມົນຕີ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເປີດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງປະຈຳປີ 2026

ເປີດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງປະຈຳປີ 2026

ພິທີເປີດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງປະຈຳປີ 2026 ພາຍໃຕ້ ຄໍາຂວັນ ດື່ມຢ່າງມີສະຕິ ເມົາບໍ່ຂັບລົດ ຈັດຂຶ້ນໃນວັນທີ 4 ເມສາ ຜ່ານມາ ທີ່ສວນປະຕູໄຊ ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສີລິລາດ ທົງສິນທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ (ນວ), ມີຮອງລັດຖະມົນຕີ, ບັນດາການນໍາທຸກຂັ້ນທັງສູນກາງ ແລະ ອົງການປົກຄອງ ນວ, ພາກທຸລະກິດທີ່ກ່ຽວຂ້ອງ, ນັກຮຽນ-ນັກສຶກສາ, ສື່ມວນຊົນເຂົ້າຮ່ວມ.
ກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງຊາດຫວຽດນາມ ຊຸດທີ 16 ເປີດຂຶ້ນຢ່າງສົມກຽດ

ກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງຊາດຫວຽດນາມ ຊຸດທີ 16 ເປີດຂຶ້ນຢ່າງສົມກຽດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປ​ະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16 ໄດ້​ເປີດຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 6 ເມ​ສາ ນີ້ ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ ທີ່ນະຄອນຫຼວງຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ວາ​ລະເປີດ​ມີ ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ; ທ່ານ ເລື​ອງ​ເກື່ອງ ປະ​ທານ​ປະ​ເທດ; ທ່ານ ຟ້າມ​ມິນ​ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ; ທ່ານ ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ; ຜູ້​ຕາງ​ໜ້າ​ບັນ​ດາ​ຄະ​ນະ​ທູ​ຕາ​ນຸ​ທູດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ພ້ອມ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16 ຈໍາ​ນວນ 500 ທ່ານ.
ອກສລ ສາມາດເກັບກູ້ລາຍຮັບມອບຄືນງົບປະມານແຫ່ງລັດໄດ້ທັງໝົດ 5,303.17 ຕື້ກີບ

ອກສລ ສາມາດເກັບກູ້ລາຍຮັບມອບຄືນງົບປະມານແຫ່ງລັດໄດ້ທັງໝົດ 5,303.17 ຕື້ກີບ

ໃນຕອນເຊົ້າຂອງວັນທີ 6 ເມສາ ນີ້ ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ອົງການກວດສອບແຫ່ງລັດ (ອກສລ) ໄດ້ເປີດກອງປະຊຸມວຽກງານກວດສອບແຫ່ງລັດທົ່ວປະເທດ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີບັນດາທ່ານຮອງປະທານ ອົງການກວດສອບແຫ່ງລັດ, ຄະນະນໍາ ຂອງອົງການກວດສອບປະຈໍາພາກ, ຄະນະນໍາຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, ພະນັກງານນັກກວດສອບທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ-ຍົກຍ້າຍ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ

ປະກາດແຕ່ງຕັ້ງ-ຍົກຍ້າຍ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດການແຕ່ງຕັ້ງ, ຍົກຍ້າຍ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ ໃນວັນທີ 3 ເມສານີ້ ທີ່ກະຊວງ ປກສ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງລັດຖະມົນຕີ ພ້ອມດ້ວຍນາຍຕໍາຫຼວດຂັ້ນນໍາພາ-ບັນຊາກ່ຽວຂ້ອງເຂົ້າຮ່ວມ.
ບົດສັນລະເສີນ ຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ກ່າວໃນງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (ນະຄອນຫຼວງວຽງຈັນ, ວັນທີ 8 ກຸມພາ 2024)

ບົດສັນລະເສີນ ຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ກ່າວໃນງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (ນະຄອນຫຼວງວຽງຈັນ, ວັນທີ 8 ກຸມພາ 2024)

ເພີ່ມເຕີມ