ກວດກາຮ່າງ ຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ ດ້ານຊີວະນາໆພັນ ສະບັບປັບປຸງ

ກວດກາຮ່າງ ຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ ດ້ານຊີວະນາໆພັນ ສະບັບປັບປຸງ

ກົມສິ່ງແວດລ້ອມ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມກວດກາຄວາມຖືກຕ້ອງ ແລະ ຄວາມສອດຄ່ອງທາງດ້ານເນື້ອໃນ ຂອງຮ່າງຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ ດ້ານຊີວະນາໆພັນ (NBSAP: ເອັນ ບີ ແຊັບ) ສະບັບປັບປຸງ 2026-2030 ຂຶ້ນໃນລະຫວ່າງວັນທີ 25 ຫາ 27 ສິງຫາ ນີ້ ທີ່ແຂວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ອິມມະລາ ອິນທະບົວລີ ຮອງຫົວໜ້າກົມສິ່ງແວດລ້ອມ, ທ່ານ ຕ໋ອມ ໄຊສົງຄາມຮັກສາການຫົວໜ້າພະແນກສິ່ງແວດລ້ອມອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ; ມີບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບລົດຕູ້ ແລະ ຄອມພິວເຕີ ໃຫ້ກາແດງແຂວງໄຊສົມບູນ

ມອບລົດຕູ້ ແລະ ຄອມພິວເຕີ ໃຫ້ກາແດງແຂວງໄຊສົມບູນ

ເມື່ອບໍ່ດົນມານີ້, ທີ່ຫ້ອງປະຊຸມກາແດງແຂວງໄຊສົມບູນ ໄດ້ມີພິທີມອບ-ຮັບ ລົດຕູ້ 1 ຄັນ ມູນຄ່າ 37,500 ໂດລາ ແລະ ຄອມພິວເຕີ 2 ເຄື່ອງ ໃຫ້ແກ່ ກາແດງແຂວງໄຊສົມບູນ ເພື່ອນຳໃຊ້ໃນການເຄື່ອນໄຫວວຽກງານປຸກລະດົມຮັບບໍລິຈາກເລືອດພາຍໃນແຂວງ, ໂດຍການເຂົ້າຮ່ວມມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີພະນັກງານກາແດງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຄະນະບໍລິຫານງານພັກແຂວງໄຊສົມບູນດໍາເນີນຊີວິດການເມືອງທ້າຍສະໄໝທີ I

ຄະນະບໍລິຫານງານພັກແຂວງໄຊສົມບູນດໍາເນີນຊີວິດການເມືອງທ້າຍສະໄໝທີ I

ໃນວັນທີ 25 ສິງຫານີ້, ທີ່ຫ້ອງວ່າການແຂວງໄຊສົມບູນ ໄດ້ມີກອງປະຊຸມດໍາເນີນຊີວິດການເມືອງ ພາຍໃນ ຄະນະບໍລິຫານງານພັກ ແຂວງໄຊສົມບູນ ທ້າຍສະໄໝທີ I, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງໄຊສົມບູນ; ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ; ສະຫາຍ ດາວບົວລະພາ ບາວົງເພັດ, ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍຮອງເລຂາ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາສະຫາຍຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ຄະນະຕິດຕາມຈາກສູນກາງ ເຂົ້າຮ່ວມ.
ສາມພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກແຂວງເຊກອງ

ສາມພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກແຂວງເຊກອງ

‎ ໃນວັນທີ 25 ສິງຫານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງເຊກອງ, ມີຕາງໜ້າ 3 ພາກສ່ວນໄດ້ເອົາເງິນມາມອບໃຫ້ແຂວງເຊກອງຄື: ບໍລິສັດ ຫຸ້ນສ່ວນກຸ່ມລົງທຶນຫວຽດເຟືອງ ມອບເປັນເງິນຈຳນວນ 500 ລ້ານກີບ, ບໍລິສັດ ວິລາກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈຳກັດຜູ້ດຽວ ມອບ 20 ລ້ານກີບ ແລະ ສະມາຄົມຄົນຫວຽດນາມ ປະຈຳແຂວງເຊກອງ ມອບ 10 ລ້ານກີບ, ເພື່ອປະກອບສ່ວນທາງດ້ານທຶນຮອນເຂົ້າໃນການຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງທີ່ຈະໄຂຂຶ້ນໃນມໍ່ໆນີ້, ໂດຍການຕ້ອນຮັບ ຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເລຂາພັກແຂວງ ຮັກສາການແທນເຈົ້າແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເປີດບໍລິການແລ້ວ 7-Eleven ສາຂາທໍາອິດໃນແຂວງຄໍາມ່ວນ

ເປີດບໍລິການແລ້ວ 7-Eleven ສາຂາທໍາອິດໃນແຂວງຄໍາມ່ວນ

ວັນທີ 25 ສິງຫານີ້, ໄດ້ຈັດພິທີເປີດ ຮ້ານ 7-Eleven ສາຂາທໍາອິດຂອງແຂວງຄໍາມ່ວນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າ ໂດຍທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ນາງ ເພັດດາວວີ ບຸດທະວົງ ຜູ້ອໍານວຍການຮ້ານສະດວກຊື້ 7-Eleven, ມີບັນດາແຂກເຂົ້າຮ່ວມ.
ບົດສັນລະເສີນ ຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ກ່າວໃນງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (ນະຄອນຫຼວງວຽງຈັນ, ວັນທີ 8 ກຸມພາ 2024)

ເພີ່ມເຕີມ