ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 3 ເມສາ 2026 ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຈະມີການຄວບຄຸມ ການຈະລາຈອນຊົ່ວຄາວໃນບາງເສັ້ນທາງ ເລີ່ມແຕ່ເວລາ 16:00 ຫາ 20:00 ໂມງ.
ອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ສະບັບປັບປຸງ ໃນວັນທີ 2 ເມສານີ້ ທີ່ກອງບັນຊາການທະຫານ ນວ, ໃຫ້ກຽດເຜີຍແຜ່ໂດຍທ່ານ ນາງ ຈັນສະໝອນ ແສງທະວົງ ວິຊາການຂະແໜງ ຄວບຄຸມພະຍາດຕິດຕໍ່ ຜູ້ຮັບຜິດຊອບວຽກງານຕ້ານເອດ (ພຕພ) ພະແນກສາທາລະນະສຸກ ນວ, ມີທ່ານ ພັນໂທ ນາງ ສ້ອຍເພັດ ບູລົມ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານ ນວ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາແພງ ວິລະພັນ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ຊຸດທີ X ຈັດຂຶ້ນໃນວັນທີ 31 ມີນາ ຜ່ານມານີ້ ໂດຍມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີຄະນະປະຈຳສະພາແຫ່ງຊາດ ແລະ ຮອງປະທານກຳມາທິການ ສພຊ ຊຸດທີ IX ແລະ ຊຸດທີ X, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ວັນທີ 2 ເມສານີ້, ຄະນະນຳກອງພົນທີ 5 ນຳໂດຍສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5 ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະນຳກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961 -5 ເມສາ 2026) ທີ່ຈະມາເຖິງນີ້, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ພ້ອມດ້ວຍຄະນະ.