ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສ ນວ), ນຳໂດຍ ທ່ານ ວຽງວິໄລ ທ່ຽງຈັນໄຊ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວວຽງຈັນ ຮອງປະທານຄະນະກຳມາທິການຍຸຕິທຳ ສະພາແຫ່ງຊາດ, ທ່ານ ນາງ ວິໄຊ ສຣິດທິລາດ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ, ທ່ານ ນາງ ສົມພຽນ ວົງໄຊ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ຄະນະປະຈຳ ສະພາປະຊາຊົນ ນວ ປະທານ ຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IV ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໃນວັນທີ 28 ສິງຫານີ້, ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ການລ້ຽງສັດເປັນຟາມຢູ່ແຂວງເຊກອງ ໜຶ່ງໃນທ່າແຮງຫຼັກ ສາມາດຕອບສະໜອງດ້ານສະບຽງອາຫານພາຍໃນ ແລະ ສົ່ງອອກຕ່າງແຂວງ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນທ້ອງຖິ່ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງເປັນຢ່າງດີ.
ຕະຫຼອດໄລຍະຜ່ານມາ ພັກ-ລັດຖະບານ ໄດ້ມີແນວທາງປ່ຽນແປງໃໝ່ເພື່ອຊຸກຍູ້ປະຊາຊົນ ໃຫ້ຫັນມາເຮັດອາຊີບຄົງທີ່ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວໃຫ້ຫຼາຍຂຶ້ນ ດ້ວຍການນຳໃຊ້ທ່ແຮງທີ່ມີຂອງທ້ອງຖິ່ນ ແລະການເຂົ້າເຖິງແຫຼ່ງທຶນ ເພື່ອເຮັດໃຫ້ການດຳເນີນທຸລະກິດໄດ້ຮັບຜົນດີ.
ບັນຫາຂີ້ເຫຍື້ອຕົກຄ້າງຫຼາຍເຂດໃນນະຄອນຫຼວງວຽງຈັນ (ນວ) ປັດຈຸບັນແຕ່ລະບໍລິສັດກໍາລັງເລັ່ງດໍາເນີນການແກ້ໄຂ ໃນຂະນະທີ່ພຶດຕິກໍາການຖິ້ມຂີ້ເຫຍື້ອບໍ່ເປັນລະບຽບຂອງປະຊາຊົນຍັງເປັນອຸປະສັກໃນການເກັບມ້ຽນຂີ້ເຫຍື້ອໃນໄລຍະທີ່ຜ່ານມາ ຈຶ່ງເຮັດໃຫ້ມີກະແສສັງຄົມ, ເປັນຫາງສຽງຈົ່ມວ່າຂອງປະຊາຊົນກ່ຽວກັບບັນຫາດັ່ງກ່າວ. ດັ່ງນັ້ນ, ຫຼາຍບໍລິສັດ ຈຶ່ງໄດ້ສຸມໃສ່ການແກ້ໄຂຂີ້ເຫຍື້ອຕົກຄ້າງໃນເຂດທີ່ຕົນເອງຮັບຜິດຊອບທົ່ວ ນວ.