ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນໃນວັນທີ 2 ເມສານີ້ ທີ່ສະໂມສອນເມືອງ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ທ່ານ ສະນັ່ນ ສີດາວົງ ຫົວໜ້າພະແນກການເງິນ ແຂວງຈຳປາສັກ, ມີບັນດາທ່ານຫົວໜ້າຄະນະຫ້ອງການອ້ອມຂ້າງເມືອງ, ເຂົ້າຮ່ວມ.
ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 30 ມີນາຜ່ານມາ ທີ່ ສຊປລ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ ສຊປລ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາ ຊິກພັກ-ພະນັກງານທົ່ວ ສຊປລ ເຂົ້າຮ່ວມ 149 ສະຫາຍ ຍິງ 68 ສະຫາຍ.
ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 3 ເມສາ 2026 ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຈະມີການຄວບຄຸມ ການຈະລາຈອນຊົ່ວຄາວໃນບາງເສັ້ນທາງ ເລີ່ມແຕ່ເວລາ 16:00 ຫາ 20:00 ໂມງ.
ອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ສະບັບປັບປຸງ ໃນວັນທີ 2 ເມສານີ້ ທີ່ກອງບັນຊາການທະຫານ ນວ, ໃຫ້ກຽດເຜີຍແຜ່ໂດຍທ່ານ ນາງ ຈັນສະໝອນ ແສງທະວົງ ວິຊາການຂະແໜງ ຄວບຄຸມພະຍາດຕິດຕໍ່ ຜູ້ຮັບຜິດຊອບວຽກງານຕ້ານເອດ (ພຕພ) ພະແນກສາທາລະນະສຸກ ນວ, ມີທ່ານ ພັນໂທ ນາງ ສ້ອຍເພັດ ບູລົມ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານ ນວ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.